ຂ່າວສານ

ປະ​ທານ​ປະ​ເທດ​ເລືອງ​ເກື່ອງ ພົບ​ປະ​ກັບຄະ​ນະ​ຜູ້​ແທນ​ດີ​ເດັ່ນ​ຂະ​ແໜງ​ສາ​ທາ​ລະ​ນ​ະ​ສຸກ

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບຄະນະຜູ້ແທນພະນັກງານຂະແໜງສາທາລະນະສຸກທົ່ວປະເທດ ທີ່ເປັນວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດ, ແພດໝໍປະຊາຊົນ, ສາດສະດາຈານ, ນັກວິທະຍາສາດ, ບັນດາທ່ານໝໍ, ນາງພະຍາບານ ແລະ ພະນັກງານຂະແໜງການຢາ.
ທ່ານປະທານປະເທດ ເລືອງເກື່ອງ ຖ່າຍຮູບກັບບັນດາຜູ້ແທນ (ພາບ: VOV)

ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ ຄົບຮອບ 70 ປີ (ວັນທີ 27 ກຸມພາ 1955 – 27 ກຸມພາ 2025) ວັນທີ 26 ກຸມພາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບຄະນະຜູ້ແທນພະນັກງານຂະແໜງສາທາລະນະສຸກທົ່ວປະເທດ ທີ່ເປັນວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດ, ແພດໝໍປະຊາຊົນ, ສາດສະດາຈານ, ນັກວິທະຍາສາດ, ບັນດາທ່ານໝໍ, ນາງພະຍາບານ ແລະ ພະນັກງານຂະແໜງການຢາ.

ເມື່ອກ່າວຄຳເຫັນໃນການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ຂະແໜງສາທາລະນະສຸກ ສືບຕໍ່ສຸມໃສ່ພັດທະນາລະບົບສາທາລະນະສຸກທົ່ວປວງຊົນ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ເຂົ້າເຖິງບັນດາການບໍລິການສາທາລະນະສຸກພື້ນຖານ; ສຸມໃສ່ຍົກສູງຄຸນນະພາບສາທາລະນະສຸກລົງເລິກ, ລົງທຶນພັດທະນາໂຮງໝໍຂັ້ນສູນກາງ, ຂັ້ນແຂວງ, ສຸມໃສ່ເປັນເຈົ້າຂອງບັນດາເຕັກນິກ ແລະ ເຕັກໂນໂລຢີແພດສາດທີ່ທັນສະໄໝ, ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ມຸ່ງໄປເຖິງການບັນລຸມາດຖານສາກົນ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດໄດ້ມອບນາມມະຍົດ “ທ່ານໝໍປະຊາຊົນ” ໃຫ້ແກ່ທ່ານໝໍດີເດັ່ນ 46 ຄົນ ຂອງຂະແໜງສາທາລະນະສຸກ.


top