ຂ່າວສານ

ປະ​ທານ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່, ສິດ​ອຳ​ນາດ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ​ອາ​ຍຸ​ການ 2016 – 2021 ໄດ້​ເປັນ​ຢ່າງ​ດີ

ຕາມບົດລາຍງານສະຫຼຸບວຽກງານ ເຊິ່ງຫາກໍໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ໃນອາຍຸການ 2016 – 2021, ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ 14, ປະທານປະເທດໄດ້ປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາໜ້າທີ່ໂດຍກົມການເມືອງ, ຄະນະເລຂາທິການສູນກາງພັກມອບໝາຍໃຫ້.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ຕາມບົດລາຍງານສະຫຼຸບວຽກງານ ເຊິ່ງຫາກໍໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ໃນອາຍຸການ 2016 – 2021, ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ 14, ປະທານປະເທດໄດ້ປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາໜ້າທີ່ໂດຍກົມການເມືອງ, ຄະນະເລຂາທິການສູນກາງພັກມອບໝາຍໃຫ້.
        ນອກຈາກບັນດາການເຄື່ອນໄຫວພົວພັນຕ່າງປະເທດທາງລັດຖະກິດ, ປະທານປະເທດ, ຮອງປະທານປະເທດ ຍາມໃດກໍມີຄວາມເອົາໃຈໃສ່ເຖິງບັນດາການເຄື່ອນໄຫວການທູດປະຊາຊົນ; ພົບປະແລກປ່ຽນກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງຕ່າງໆ ຫຼື ບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດໃນແຕ່ລະປີທີ່ຈັດຕັ້ງຢູ່ ຫວຽດນາມ.

        ໃນອາຍຸການ 2016 – 2021 ໄດ້ມີການປ່ຽນແປງກ່ຽວກັບບຸກຄະລາກອນ ປະທານປະເທດ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ, ຮອງປະທານປະເທດດັ້ງທິງອກທິ້ງ ໄດ້ຮັບດຳລົງຕຳແໜ່ງເປັນ ຮັກສາການປະທານປະເທດ ນັບແຕ່ວັນທີ 23 ກັນຍາ 2018 ຮອດວັນທີ 23 ຕຸລາ 2018. ວັນທີ 23 ຕຸລາ 2018, ກອງປະຊຸມເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ.

(ແຫຼ່ງຄັດຈາກ VOV)


top