ຂ່າວສານ

ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ລາຍ​ການ​ສິ​ລະ​ປະ “ລະ​ດູ​ບາ​ນ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ” 2023

ດ້ວຍຫຼາຍລາຍການສະແດງສິລະປະທີ່ພົ້ນເດັ່ນ, ເຕັມໄປດ້ວຍຂີດໝາຍວັດທະນະທຳກົກເຄົາເຫງົ້າກໍ່ຂອງຊາດ ຫວຽດນາມ, ລາຍການດັ່ງກ່າວແມ່ນສະຖານທີ່ນັດພົບແຫ່ງນ້ຳໃຈບ້ານເກີດເມືອງນອນ ສະຫງວນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ຕອນຄ່ຳວັນທີ 14 ມັງກອນ, ລາຍການສະແດງສິລະປະພິເສດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023” ໄດ້ຈັດຂຶ້ນຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ). ເຫດການໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ສົມທົບກັນຈັດຂຶ້ນດ້ວຍຫົວຂໍ້ “ປະເທດຊາດມີຄວາມເຊື່ອໝັ້ນ ແລະ ຄາດຫວັງ”.

ດ້ວຍຫຼາຍລາຍການສະແດງສິລະປະທີ່ພົ້ນເດັ່ນ, ເຕັມໄປດ້ວຍຂີດໝາຍວັດທະນະທຳກົກເຄົາເຫງົ້າກໍ່ຂອງຊາດ ຫວຽດນາມ, ລາຍການດັ່ງກ່າວແມ່ນສະຖານທີ່ນັດພົບແຫ່ງນ້ຳໃຈບ້ານເກີດເມືອງນອນ ສະຫງວນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນ ແລະ ປະກອບສ່ວນໃນການພັດທະນາທຸກດ້ານຂອງປະເທດຊາດຂອງຊາວຫວຽນາມໃນທົ່ວໂລກ.

ຕາມໜ້າໃຫ້ການນຳພັກ, ລັດ ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ປີ 2022 ແມ່ນປີທົ່ວປວງຊົນທັງຊາດ ຫວຽດນາມ ເສີມຂະຫຍາຍກຳລັງແຮງພາຍໃນຢ່າງແຮງ, ສົມທົບກັນບັນດາແຫຼ່ງກຳລັງສາກົນຢ່າງມີປະສິດທິຜົນ, ຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ ແລະ ບັນລຸໄດ້ຜົນສຳເລັດທີ່ຍິ່ງໃຫຍ່ ແລະ ສຳຄັນຫຼາຍຢ່າງ. ທ່ານກ່າວວ່າ:

ດ້ວຍຫຼາຍຮູບແບບ ແລະ ໃນຂົງເຂດທີ່ແຕກຕ່າງກັນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນສຳຄັນນັບທັງທາງດ້ານວັດຖຸ ແລະ ຈິດໃຈ ເຂົ້າໃນກິດຈະກຳແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເປີດກວ້າງການຮ່ວມມືທາງການຄ້າ, ການລົງທຶນ, ປະກອບສ່ວນເງິນເປັນຈຳນວນນັບສິບຕື້ດົ່ງ ເພື່ອໜູນຊ່ວຍການຕ້ານພະຍາດໂຄວິດ - 19 ແລະ ແກ້ໄຂຜົນຕາມມາຂອງໄພທຳມະນາດ, ພາຍຸນ້ຳຖ້ວມ.


top