ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ມອບຫຼຽນໄຊອິດສະຫຼະຊັ້ນໜຶ່ງໃຫ້ແກ່ການນຳຂັ້ນສູງ ຫວຽດນາມ

ຕອນບ່າຍວັນທີ 29 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ພັກ, ລັດ ລາວ ໄດ້ຈັດພິທີປະດັບຫຼຽນໄຊຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃຫ້ແກ່ບັນດາການນຳ ແລະ ອະດີດການນຳຂັ້ນສູງ ຫວຽດນາມ, ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງ ລາວ ມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025). ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີ.

        ທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.

 


top