ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີອາຍຸການ 2021 – 2026.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານມາຍວັນຈິງ ແລະ ທ່ານ ຫງວຽນຈີຢຸງ ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ (ພາບ: xaydungchinhsach.chinhphu.vn)
ຕອນບ່າຍວັນທີ 18 ກຸມພາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີອາຍຸການ 2021 – 2026. ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານນາງ ຟ້າມແທັງຮ່າ ຮອງຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດວ່າດ້ວຍການແຕ່ງຕັ້ງຕຳແໜ່ງຮອງນາຍົກລັດຖະມົນຕີ ສຳລັບທ່ານ ມາຍວັນຈິງ ແລະ ທ່ານ ຫງວຽນຈີຢຸງ; ຕຳແໜ່ງລັດຖະມົນຕີກະຊວງກໍ່ສ້າງ ສຳລັບທ່ານ ເຈິ່ນຮົ່ງມິງ; ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີສຳລັບທ່ານ ຫງວຽນແມ້ງຮຸ່ງ; ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມສຳລັບທ່ານ ໂດະດຶກຢຸຍ ແລະ ລັດຖະມົນຕີກະຊວງບັນດາເຜົ່າ ແລະ ສາສະໜາສຳລັບທ່ານ ດ່າວງອກຢຸງ.
ເມື່ອກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ເນັ້ນໜັກວ່າ ນີ້ແມ່ນຄວາມເປັນກຽດອັນສູງສົ່ງ, ພ້ອມທັງແມ່ນຄວາມຮັບຜິດຊອບທີ່ໜັກໜ່ວງທີ່ສຸດ ໂດຍພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.