ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ບຣາ​ຊິນ Lula da Silva

ທ່ານປະທານາທິບໍດີ Lula da Silva ແມ່ນປະມຸກຕ່າງປະເທດຄົນທຳອິດ ມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນປີ 2025, ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ທ່ານ ທ່ານປະທານາທິບໍດີ ບຣາຊິນ ແລະ ການພົວພັນ ຫວຽດນາມ - ບຣາຊິນ.
ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ແລະ ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva ປະຕິບັດ ພິທີເຄົາລົບທຸງ (ພາບ: VGP)

ໂດຍຕອບຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ, ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva ໄດ້ມາຢ້ຽມຢາມທາງລັດຖະກິດ ຫວຽດນາມແຕ່ວັນທີ 27 – 29 ມີນາ. ຕອນເຊົ້າວັນທີ 28 ມີນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກືອງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ Lula da Silva ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການໂອ້ລົມເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ. ການນຳສອງຝ່າຍກໍ່ຈະເປັນສັກຂີພິຍານພິທີເຊັນເອກະສານຮ່ວມມື ແລະ ພົບປະກັບວົງການນັກຂ່າວ.

ທ່ານປະທານາທິບໍດີ Lula da Silva ແມ່ນປະມຸກຕ່າງປະເທດຄົນທຳອິດ ມາຢ້ຽມຢາມທາງລັດຖະກິດຫວຽດນາມ  ໃນປີ 2025, ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ທ່ານ ທ່ານປະທານາທິບໍດີ ບຣາຊິນ ແລະ ການພົວພັນ ຫວຽດນາມ - ບຣາຊິນ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີສອງຂອງທ່ານປະທານາທິບໍດີ Lula da Silva ພາຍຫຼັງ 17 ປີນັບແຕ່ການຢ້ຽມຢາມຄັ້ງທີ 1 ໃນປີ 2008. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສອງຝ່າຍແລກປ່ຽນ, ເປັນເອກະພາບການຫັນບັນດາເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດເປັນລະອຽດ, ຫັນບັນດາຄຳໝັ້ນສັນຍາການເມືອງໃຫ້ປະກົດຜົນເປັນຈິງຜ່ານບັນດາໂຄງການຮ່ວມມືທີແທດຈິງ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.


top