ຂ່າວສານ

ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ໄຫ້​ວ​ບ​ູຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2023

ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອນມິດສາກົນໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ.
ປະທານປະເທດ ຫວໍວັນເຖືອງ ແລະ ບັນດາການນຳພັກ, ລັດ ຖະຫວາຍທູບທຽນໄຫ້ວບຸຊາເຈົ້າຊີວິດຮຸ່ງ. ພາບ: ຖົ໋ງເຍິດ/TTXVN

ຕອນເຊົ້າວັນທີ 29 ເມສາ  (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ວັງ ກິງທຽນ ເທິງພູເຫງ້ຍລິງຂຶ້ນກັບເຂດຮ່ອງຮອຍປະຫວັດສາດ ແຫ່ງຊາດ ພິເສດ ວິຫານຮຸ່ງ (ແຂວງ ຝຸເທາະ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳ ພັກ, ລັດ ໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ.

ໂດຍຕາງໜ້າປະຊາຊົນຫວຽດນາມ ກ່ວາ 90 ລ້ານຄົນ, ທ່ານບຸຍວັນກວາງ, ປະທານຄະນະກຳມະການປະຊາຊົນແຂວງ ຝຸເທາະ ມີບົດກ່າວອາໄລຫາບັນດາເຈົ້າຊີວິດຮຸ່ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາເຈົ້າຊີວິດຮຸ່ງ ແລະ ບັນພະບຸລຸດ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຂໍລາຍງານຕໍ່ດວງວິນຍານຂອງບັນດາບັນພະບຸລຸດ ກ່ຽວກັບບັນດາຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງປະເທດຊາດບັນລຸໄດ້ໃນກິດຈະກຳແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາປະເທດຊາດ.

ຫຼັງຈາກນັ້ນ, ບັນດາການນຳພັກ, ລັດ ໄດ້ໄປວາງພວງມາລາ, ຈຸດທູບໄຕ້ທຽນ ຢູ່ສຸສານເຈົ້າຊີວິດຮຸ່ງ, ຖະຫວາຍດອກໄມ້ຢູ່ພາບແກຄວັດສະຫຼັກ ປະທານໂຮ່ຈີມິນ ໂອ້ລົມກັບພະນັກງານ, ນັກຮົບກອງພົນໃຫຍ່ ທະຫານປະຈັນບານ ຢູ່ ຫ້າແຍກ ເດັດຢຽງ

ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອນມິດສາກົນໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອ ເຊິ່ງໄດ້ຈັດຂຶ້ນໃນໂອກາດນີ້. ໂດຍມາຖະຫວາຍທູບທຽນຢູ່ ວິຫານຮຸ່ງ, ທ່ານ ຫງວຽນຮຸຍທັ້ງ, ຊາວຫວຽດນາມອາໄສຢູ່ ເຢຍລະມັນ ແບ່ງປັນວ່າ:

ເມື່ອມາວິຫານຮຸ່ງ, ຂ້າພະເຈົ້າມີຄວາມຮູ້ສຶກພິເສດ ແລະ ມີຄວາມຜາສຸກທີ່ສຸດ. ຄວາມຮັບຜິດຊອບຊອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນຕ້ອງປູກລ້ຽງຈິດໃຈຮັກຊາດ ໃຫ້ແກ່ຄົນລຸ້ນໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ, ເຮັດໃຫ້ເຂົາເຈົ້າຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ ແລະ ມີຄວາມຮັບຜິດຊອບໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.


top