ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຮ່ວມມືສາກົນ ໜຶ່ງແລວ, ໜຶ່ງເສັ້ນທາງ ຄັ້ງທີ 3, ຕອນບ່າຍວັນທີ 19 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດແຖວໜ້າຂອງ ຈີນ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບ ທ່ານ ຫຼີຕື້ເສວ ປະທານສະພາບໍລິຫານກຸ່ມບໍລິສັດ ZTE
ໃນການຕ້ອນຮັບທ່ານ ແຫຼງຂວາ ປະທານກຸ່ມບໍລິສັດ ຫົວເຫວີຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສຸມໃສ່ການຫັນເປັນດີຈີຕອນ, ສ້າງພື້ນຖານເສດຖະກິດດີີຈີຕອນ ແລະ ສັງຄົມດີຈີຕອນ. ຫວຽດນາມ ປາດຖະໜາວ່າ ຫົວເຫວີຍ ຈະສືບຕໍ່ຮ່ວມມືກັບບັນດາອົງການຂອງ ຫວຽດນາມ ຢ່າງຕັ້ງໜ້າກວ່າອີກ ເພື່ອຮ່ວມມືສ້າງພື້ນຖານດີຈີຕອນ, ພັດທະນາອິນເຕີເນັດ 5G ຢ່າງກວ້າງຂວາງ ແລະ ໂດຍສະເພາະແມ່ນການສົມທົບກັນບຳລຸງສ້າງບຸກຄະລາກອນດີຈີຕອນ. ທ່ານ ແຫຼງຂວາ ປະທານກຸ່ມບໍລິສັດ ຫົວເຫວີຍ ໃຫ້ຮູ້ວ່າ ກຸ່ມບໍລິສັດ ປາດຖະໜາຢາກປະກອບສ່ວນເຂົ້າໃນວິວັດທະນາການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ການຫັນປ່ຽນພະລັງງານຂອງ ຫວຽດນາມ ຫຼາຍກວ່າອີກ.
ສ່ວນໃນການຕ້ອນຮັບທ່ານ ຫຼີຕື້ເສວ, ປະທານສະພາບໍລິຫານກຸ່ມບໍລິສັດ ZTE ເຊິ່ງເປັນກຸ່ມບໍລິສັດຜະລິດອຸປະກອນໂທລະຄົມມະນາຄົມນາໆຊາດຂອງ ຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດຂອງ ຈີນ, ໂດຍສະເພາະແມ່ນວິສາຫະກິດຂະໜາດໃຫຍ່, ມີລະດັບວິທະຍາສາດເຕັກໂນໂລຢີສູງ, ທັນສະໄໝ ລົງທຶນ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ZTE ຈະມີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າກັບບັນດາວິສາຫະກິດ ຫວຽດນາມ ໃນອະນາຄົດ; ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນຮ່ວມມື ລະຫວ່າງ ຫວຽດນາມ - ຈີນ.