ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວ​ັນ​ຟຸກ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ​້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນ Bern ໄປ​ຍັງ ເຊີ​ແນວ (ສະ​ວິດ)

ຄາດວ່າ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະກັບຜູ້ອຳນວຍການໃຫຍ່ຫ້ອງການ ສປຊ ປະຈຳ ເຊີແນວ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO).
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບເຈົ້າຄອງນະຄອນ Bern (ພາບ:TTXVN)

ໂດຍສືບຕໍ່ການຢ້ຽມຢາມສະຫະພັນ ສະວິດ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຕອນເຊົ້າວັນທີ 28 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນ Bern ແລ້ວເດີນທາງໄປຍັງ ເຊີແນວ - ເຊິ່ງເປັນບ່ອນທີ່ມີຫຼາຍສຳນັກງານໃຫຍ່ຂອງໂລກ. ຢູ່ທີ່ນີ້, ຄາດວ່າ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະກັບຜູ້ອຳນວຍການໃຫຍ່ຫ້ອງການ ສປຊ ປະຈຳ ເຊີແນວ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO).

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ພະຈິກ, ຕາມເວລາທ້ອງຖິ່ນ, ໃນການຕ້ອນຮັບທ່ານ Alec Von Granffer, ເຈົ້າຄອງນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສະເໜີນະຄອນ Bern ແລະ ຮ່າໂນ້ຍ ເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດຄຸ້ມຄອງຕົວເມືອງ.

        ທ່ານ Alec Von Granffenried  ເຈົ້າຄອງນະຄອນ Bern ເນັ້ນໜັກວ່າ ເຖິງວ່າ Bern ແມ່ນນະຄອນນ້ອຍຂອງປະເທດທີ່ມີເນື້ອທີ່ນ້ອຍຢູ່ ເອີຣົບ ກໍ່ຕາມ, ແຕ່ນ້ຳໃຈອັນໃຫຍ່ຫຼວງສະຫງວນໃຫ້ແກ່ຫວຽດນາມ. ເພາະສະນັ້ນ, ນະຄອນ Bern ຈະສືບຕໍ່ພ້ອມກັບ ຮ່າໂນ້ຍ ເພີ່ມທະວີການພົວພັນຮ່ວມມືທີ່ໄດ້ຮັບການສ້າງຕັ້ງ ແຕ່ຫຼາຍມາປີນີ້. ພິເສດ, ແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກນພົວພັນທາງການທູດ (11/10/1971 – 11/10/2021).

(ແຫຼ່ງຄັດຈາກ VOV)


top