ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ຈະສືບຕໍ່ມີຫຼາຍກຸ່ມບໍລິສັດຂອງ ອິນເດຍ ເຂົ້າມາລົງທຶນຢູ່ ຫວຽດນາມ ແລະ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນນະໂຍບາຍ “ການເຄື່ອນໄຫວມຸ່ງໄປສູ່ທາງທິດຕາເວັນອອກ” ແລະ ຫວັງວ່າ ອິນເດຍ ສືບຕໍ່ສະໜັບສະໜູນທາງດ້ານຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບທະເລຕາເວັນອອກ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma (ພາບ: TTXVN)

ຕອນບ່າຍວັນທີ 20 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາວ່າ ຈະສືບຕໍ່ມີຫຼາຍກຸ່ມບໍລິສັດຂອງ ອິນເດຍ ເຂົ້າມາລົງທຶນຢູ່ ຫວຽດນາມ ແລະ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນນະໂຍບາຍ “ການເຄື່ອນໄຫວມຸ່ງໄປສູ່ທາງທິດຕາເວັນອອກ” ແລະ ຫວັງວ່າ ອິນເດຍ ສືບຕໍ່ສະໜັບສະໜູນທາງດ້ານຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບທະເລຕາເວັນອອກ, ຮັບປະກັນສິດເສລີໃນການເດີນເຮືອ, ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

        ສ່ວນທ່ານເອກອັກຄະລັດຖະທູດ ອິນເດຍ Pranay Verma ເນັ້ນໜັກວ່າ: ການນຳຂັ້ນສູງ ອິນເດຍ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ພ້ອມທັງຖືວ່າ ສອງປະເທດ ຕ້ອງສືບຕໍ່ຊຸກຍູ້ສາຍພົວພັນໃນຫຼາຍຂົງເຂດຢ່າງແຮງກວ່າອີກ, ແລະ ແບ່ງປັນຄຸນຄ່າລວມໃນຄວາມຄາດຫວັງພັດທະນາ, ຍາດແຍ່ງກາລະໂອກາດ, ເສີມຂະຫຍາຍກຳລັງບົ່ມຊ້ອນ ແລະ ທ່າແຮງ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ເພື່ອຍາດໄດ້ຜົນງານຫຼາຍກວ່າອີກ, ນັບມື້ນັບຈະເລີນຮັ່ງມີ.  

(ແຫຼ່ງຄັດຈາກ VOV)

top