ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ໂດຍກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 12 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກູຈີ ແລະ ຮອັກໂມນ.
  ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)  

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຕ່າງກໍສະແດງຄວາມສົນໃຈເຖິງບາງບັນຫາແທດຈິງ, ໃນນັ້ນມີ ແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບໃນປີ 2030, ກຳນົດທິດຮອດປີ 2045” ເຊິ່ງປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເປັນຫົວໜ້າຄະນະຊີ້ນຳແຜນຮ່າງ. ແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບເນື້ອໃນດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

“ບັນຫາສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ເຊິ່ງຄະນະບໍລິຫານງານສູນກາງພັກຫາກໍຮັບຮອງເອົາ, ນັ້ນແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ລັດນັ້ນ ມີແບບວິທີຄຸ້ມຄອງລັດໂດຍຂົງເຂດບໍລິຫານ, ຕຸລາການ, ນິຕິບັນຍັດ, ພາຍໃຕ້ການນຳພາຂອງພັກ, ປົກປ້ອງສິດທິມະນຸດ, ສິດຂອງພົນລະເມືອງ. ບັນດາບັນຫາດັ່ງກ່າວ ສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບ, ຜັນຂະຫຍາຍຢ່າງແຮງກວ່າໃນໄລຍະຈະມາເຖິງ”.


top