ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ໃນນາມເປັນທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານ John Kerry ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືກະກຽມໃຫ້ແກ່ກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 27 (COP27).

ໃນນາມເປັນທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານ John Kerry ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືກະກຽມໃຫ້ແກ່ກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 27 (COP27). 

 

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ, ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. (ພາບ: TTXVN)

ຕອນເຊົ້າວັນທີ 23 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ, ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ເມື່ອແລກປ່ຽນກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ກຳລັງມານະພະຍາຍາມໃນບັນຫານີ້ ແລະ ຕັດສິນໃຈຢຸດຕິການນຳໃຊ້ພະລັງງານໄຟຟ້າຖານຫີນໃນປີ 2050. ຫວຽດນາມ ຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍແຫຼ່ງການເງິນກໍ່ຄືເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ ເພື່ອໃຫ້ ຫວຽດນາມ ພັດທະນາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ແລະ ໄຟຟ້ານ້ຳຕົກ.

ໃນນາມເປັນທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານ John Kerry ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືກະກຽມໃຫ້ແກ່ກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 27 (COP27). ກ່ຽວກັບສະພາບນ້ຳທະເລນັບມື້ນັບຍື່ງຂຶ້ນສູງ ແລະ ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທ່ານ John Kerry ໃຫ້ຮູ້ວ່າ ອາເມລິກາ ມີຫຼາຍແນວຄວາມຄິດ ແລະ ແຫຼ່ງການເງິນ, ຊັບພະຍາກອນມະນຸດ ເພື່ອຊ່ວຍ ຫວຽດນາມ ຫັນປ່ຽນພະລັງງານໄປສູ່ຮູບແບບພະລັງງານສະອາດ, ໂດຍສະເພາະ ແມ່ນພະລັງງານແສງຕາເວັນ. ອາເມລິກາ ກໍ່ສາມາດໜູນຊ່ວຍ ຫວຽດນາມ ປະຕິບັດການຫັນເປັນດີຈີຕອນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ.

        ກໍ່ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຫວັງວ່າ ລັດຖະບານ ອາເມລິກາ ຈະເພີ່ມງົບປະມານໃນການແກ້ໄຂຜົນຮ້ານຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ, ກອບກູ້ລະເບີດບໍທັນແຕກ, ໜູນຊ່ວຍຄົນພິການ ແລະ ບັນຫາທີ່ກ່ຽວຂ້ອງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງຄົບຖ້ວນບົນຈິດໃຈມະນຸດສະທຳໃນການຊອກຫາພົນທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top