ຂ່າວສານ

ປະ​ທານ​ປະ​ເທດ ພົບ​ປະ​ພົນັກ​ງານ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ

ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບການນຳ, ພະນັກງານ, ລັດຖະກອນ, ພາລະກອນຢູ່ຫ້ອງວ່າການປະທານປະເທດ.
  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)  

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ, ຄວາມສຳຄັນໃນການຮັບຮູ້ກ່ຽວກັບເສັ້ນທາງແຫ່ງການພັດທະນາຂອງຊາດ, ຂອງປະເທດ, ກ່ຽວກັບໜ້າທີ່ເຊິ່ງ ພັກ, ທົ່ວປວງຊົນ ແລະ ກອງທັບຕ້ອງມານະພະຍາຍາມປະຕິບັດໃນໄລຍະຈະມາເຖິງ ກໍຄື ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ ເຊິ່ງປະທານປະເທດຕ້ອງມານະພະຍາຍາມ, ຢືດໝັ້ນປະຕິບັດຕາມຂໍ້ກຳນົດຂອງລັດຖະທຳມະນູນ. ເພື່ອປະກອບສ່ວນປະຕິບັດໜ້າທີ່ນີ້ໃຫ້ເປັນຢ່າງດີ, ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາຢາກໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກການນຳພັກ, ລັດ, ກົມການເມືອງ, ຄະນະເລຂາ, ສະພາແຫ່ງຊາດ, ລັດຖະບານ ພ້ອມກັບການປະກອບສ່ວນ, ເປັນເສນາທິການໂດຍກົງຂອງ ຫ້ອງວ່າການປະທານປະເທດ; ການສົມທົບກັນຢ່າງແໜ້ນແຟ້ນກັບຫ້ອງວ່າການສູນກາງພັກ, ຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ.

  ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 (ພາບ: TTXVN)  

ຫຼັງຈາກນັ້ນ, ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ໃນເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈີມິນ ຢູ່ ທຳນຽບປະທານປະເທດ.


top