ຂ່າວສານ

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ອວຍ​ພອນ​ວັນ​ບຸນ ຄ​ຣິດ​ມາກ ຢູ່ ສຳ​ນັກສັງ​ຄະ​ລາດ ເກີນ​ເທີ

ຕອນບ່າຍວັນທີ 14 ທັນວາ, ຢູ່ນະຄອນເກີນເທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ວັນບຸນ ຄຣິດມາກ 2019 ຢູ່ ສຳນັກສັງຄະລາດ ເກີນເທີ.່

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
ທ່ານ ເຈິ່ນແທັງເໝີນ ຕີລາຄາສູງບັນດາການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຄຣິດໃນທົ່ວປະເທດເວົ້າລວມ ແລະພໍ່ແມ່ພີ່ນ້ອງຊາວຄຣິດໃນຢູ່ເຂດຊາວຄຣິດ ເກີນເທີ ເວົ້າສະເພາະ ໃນບັນດາຜົນງານສຳຄັນ ເຊິ່ປະເທດບັນລຸໄດ້. ທ່ານປະທານຄະນະກຳມະການ ສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີກປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຕົນ, ທ່ານປະທານສຳນັກສັງຄະລາດ ເກີນເທີ  ຈີບື໋ວທຽນ ຈະສືບຕໍ່ຂົນຂວາຍ, ສ້າງເງື່ອນໄຂໃຫ້ບັນດາຄຸນພໍ່, ນັກບວດ ແລະ ພໍ່ແມ່ພີ່ນ້ອງຊາວຄຣິດ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ບັນດາຂະບວນການແຂ່ງຂັນຮັກຊາດ, ການຂົນຂວາຍຕ່າງໆ ໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ, ຈິດໜຶ່ງໃຈດຽວສ້າງສາບາດເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ສວຍງາມ ແລະ ອະລິຍະທຳ.
(ແຫຼ່ງຄັດຈາກ VOV)

top