ການຢ້ຽມຢາມຄັ້ງນີ້ ອາດຈະຊ່ວຍໃຫ້ ຈີນ ແລະ ສປປ ເກົາຫຼີ ສືບຕໍ່ປັບປຸງການພົວພັນດ້ານການເມືອງ ພ້ອມທັງສ້າງຄວາມສາມາດບົ່ມຊ້ອນຕື່ມອີກໃຫ້ແກ່ ປັກກິ່ງສ ໃນການດຸ່ນດ່ຽງການຄິດໄລ່ຍຸດທະສາດກັບ ວໍຊິງຕັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.
ຕອນເຊົ້າວັນທີ 5 ມິຖຸນາ, ຄະນະຕິດຕໍ່ພົວພັນການຕ່າງປະເທດ ສູນກາງພັກກອມມູນິດ ຈີນ ໄດ້ປະກາດວ່າ ທ່ານ ສີຈິນຜິງ ປະທານປະເທດ ຈີນ ຈະໄປຢ້ຽມຢາມ ສປປ ເກົາຫຼີ ແຕ່ວັນທີ 8-9 ມິຖຸນາ, ຕາມຄຳເຊີນຂອງການນຳ ສປປ ເກົາຫຼີ, ທ່ານ Kim Jong-un.
ນີ້ແມ່ນການໄປປະຕິບັດງານຢູ່ ສປປ ເກົາຫຼີ ຂອງທ່ານ ສີຈິນຜິງ ພາຍຫຼັງເວລາກ່ວາ 6 ປີ ຊື່ງໄດ້ຮັບການຕີລາຄາວ່າແມ່ນການກະທຳທາງການທູດທີ່ສຳຄັນ, ສ່ອງແສງໃຫ້ເຫັນຄວາມານະພະຍາຍາມຂອງ ປັກກິ່ງ ໃນການປັບປຸງການພົວພັນກັບ ພຽງຢາງ ພ້ອມທັງຮັກສາບົດບາດຂອງ ຈີນ ທີ່ມີຕໍ່ບັນດາບັນຫາຄວາມໝັ້ນຄົງໃນແຫຼມ ເກົາຫຼີ.
ວົງການນັກໄຈແຍກຢູ່ ປັກກິ່ງ ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມຄັ້ງນີ້ ອາດຈະຊ່ວຍໃຫ້ ຈີນ ແລະ ສປປ ເກົາຫຼີ ສືບຕໍ່ປັບປຸງການພົວພັນດ້ານການເມືອງ ພ້ອມທັງສ້າງຄວາມສາມາດບົ່ມຊ້ອນຕື່ມອີກໃຫ້ແກ່ ປັກກິ່ງສ ໃນການດຸ່ນດ່ຽງການຄິດໄລ່ຍຸດທະສາດກັບ ວໍຊິງຕັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.