ສະພາແຫ່ງຊາດໄດ້ດຳເນີນການລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນເຂົ້າໃນໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດ ແບບຍືນຍົງ ໄລຍະ 2021 – 2025, ດ້ວຍ 94,99 % ຈຳນວນສະມາຊິກສະພາແຫ່ງຊາດເຫັນດີນຳ.
ການລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນເຂົ້າໃນໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດ ແບບຍືນຍົງ ໄລຍະ 2021 – 2025 (ພາບ: TTXVN)
ຕອນເຊົ້າວັນທີ 28 ກໍລະກົດ, ພາຍໃຕ້ການຊີ້ນຳຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ສະພາແຫ່ງຊາດໄດ້ດຳເນີນການລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນນະໂຍບາຍລົງທຶນເຂົ້າໃນໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດ ແບບຍືນຍົງ ໄລຍະ 2021 – 2025, ດ້ວຍ 94,99 % ຈຳນວນສະມາຊິກສະພາແຫ່ງຊາດເຫັນດີນຳ.
ມະຕິສະບັບດັ່ງກ່າວຊີ້ແຈ້ງວ່າ, ໂຄງການໄດ້ວາງເປົ້າໝາຍລວມແມ່ນ ຫຼຸດຜ່ອນອັດຕາຄອບຄົວທຸກຍາກໃນຫຼາຍດ້ານ, ກວມລວມ, ຍືນຍົງ, ຈຳກັດກໍລະນີທຸກຍາກຄືນໃໝ່ ຫຼື ກໍລະນີທຸກຍາກເກີດໃໝ່; ໜູນຊ່ວຍຄອບຄົວທຸກຍາກ, ຄົນທຸກຍາກຍົກລະດັບຄອງຊີບລື່ນກາຍລະດັບຕ່ຳສຸດ, ເຂົ້າເຖິງບັນດາການບໍລິການສັງຄົມໂດຍພື້ນຖານຕາມມາດຕະຖານທຸກຍາກຫຼາຍດ້ານລະດັບຊາດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.
ໂຄງການເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກແຫ່ງຊາດແບບຍືນຍົງ ໄລຍະ 2021 – 2025 ໄດ້ຮັບການປະຕິບັດໃນຂອບເຂດທົ່ວປະເທດ ໂດຍສຸມໃສ່ບັນດາເມືອງທຸກຍາກ, ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ.
(ແຫຼ່ງຄັດຈາກ VOV)