ບັນດາຕະຫຼາດທົ່ວໂລກມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕົກລົງເລື່ອນການຈັດວາງອັດຕາພາສີສົມທົບຕື່ມອີກ 90 ວັນ ສຳລັບກວ່າ 75 ພື້ນຖານເສດຖະກິດ, ແຕ່ຍັງມີຄວາມວິຕົກກັງວົນຕໍ່ການເກີດປະທະກັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: The New York Times)
ໃນວາລະທຸລະກຳເປີດປະຕູຂອງຕອນເຊົ້າວັນທີ 10 ເມສາ, ບັນດາຕະຫຼາດຫຼັກຊັບ ອາຊີ ລ້ວນແຕ່ຮັບຮູ້ລະດັບເພີ່ມຂຶ້ນຢ່າງແຮງ. ດັດຊະນີ Nikkei 225 ຢູ່ ຍີ່ປຸ່ນ ເພີ່ມຂຶ້ນ 8,6%, ດັດຊະນີ Kospi ຂອງ ສ.ເກົາຫຼີ ເພີ່ມຂຶ້ນກວ່າ 5%, ດັດຊະນີ ASX 200 ອົດສະຕາລີເພີ່ມຂຶ້ນກວ່າ 6%.
ການນຳຫຼາຍປະເທດກໍມີປະຕິກິລິຍາຕັ້ງໜ້າ ຕໍ່ການຕັດສິນເລື່ອນຈັດວາງອັດຕາພາສີສົມທົບໄປຕື່ມອີກ 90 ວັນ ຂອງ ອາເມລິກາ. ທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ຖືວ່າ ນີ້ແມ່ນການກະທຳທີ່ໜ້າຊົມເຊີຍສຳລັບເສດຖະກິດທົ່ວໂລກ.
ເຖິງຢ່າງໃດກໍຕາມ, ເລື່ອງ ອຳນາດການປົກຄອງ ອາເມລິກາ ຍົກລະດັບພາສີຂຶ້ນ 125% ສຳລັບ ຈີນ ເຮັດໃຫ້ຄວາມສ່ຽງເກີດສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກສືບຕໍ່ເພີ່ມຂຶ້ນ. ທ່ານ Gary Locke, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຈີນ, ຖືວ່າ ສະພາບການໃນປັດຈຸບັນ ເຮັດໃຫ້ທັງສອງປະເທດລ້ວນແຕ່ຍາກທີ່ຈະເຈລະຈານຳກັນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໄດ້.