ຂ່າວສານ

ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດເຂົ້າ​ໄຫວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ປະຊາຊົນຫຼາຍຄົນສະແດງຄວາມເຄົາລົບນັບຖືທີ່ມີຕໍ່ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ກ່ຽວກັບພູມປັນຍາເທົ່ານັ້ນ, ຫາກນັບທັງຄູນສົມບັດ ແລະ ນ້ຳໃຈອຸທິດສ່ວນຂອງເພິ່ນອີກດ້ວຍ.
ປະຊາຊົນຈຳນວນຫຼາຍເຂົ້າໄຫວ້ອາໄລ (ພາບ: nhandan.vn)
ນັບແຕ່ຕອນເຊົ້າວັນທີ 24 ພຶດສະພາ, ປະຊາຊົນທຸກຊັ້ນວັນນະຈຳນວນຫຼາຍໄດ້ໄຫວ້ອາໄລທ່ານອະດີດປະທານປະເທດ ເຈິ່ນ ດຶກເລືອງ ຢູ່ຫໍຈັດງານສົບ ທີ່ນະຄອນ ຮ່າໂນ້ຍ, ສະໂມສອນ ຖົງເຍິດ ຢູ່ນະຄອນ ໂຮ່ຈີມິນ ແລະ ສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ (ບ້ານເກີດເມືອງນອນຂອງອະດີດປະທານປະເທດ ເຈິ່ນດຶກເລືອງ). ປະຊາຊົນຫຼາຍຄົນສະແດງຄວາມເຄົາລົບນັບຖືທີ່ມີຕໍ່ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ກ່ຽວກັບພູມປັນຍາເທົ່ານັ້ນ, ຫາກນັບທັງຄູນສົມບັດ ແລະ ນ້ຳໃຈອຸທິດສ່ວນຂອງເພິ່ນອີກດ້ວຍ. ທ່ານມີຄວາມໃກ້ຊິດສະໜິດສະໜົມກັບປະຊາຊົນ, ຍາມໃດກໍເປັນຫ່ວງເປັນໃຍຕໍ່ພາລະກິດພັດທະນາຂອງປະເທດຊາດ. ປະຊາຊົນຄິດຮອດຄິດເຖິງເພິ່ນຄືດັ່ງສັນຍາລັກຄວາມຄ່ຽມຄົມ, ບັນທັດຖານ, ແຕ່ລະຄຳເວົ້າ, ການກະທຳຂອງທ່ານ ລ້ວນແຕ່ເລີ່ມມາຈາກຄວາມສຸດຈິດສຸດໃຈ, ຍາມໃດກໍຖືຜົນປະໂຫຍດຂອງຊາດເໜືອກວ່າສິ່ງໃດໝົດ.

top