ຂ່າວສານ

ປະ​ຊາ​ຊົນ ຫວຽດ​ນາມ 6 ລ້ານ​ຄົນ ມີ​ ໜັງ​ສື​ຜ່ານ​ແດນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

ຕາມຂໍ້ມູນຈາກກົມເຕັກໂນໂລຢີຂໍ້ມູນຂ່າວສານ, ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 6 ພຶດສະພາ ມີປະຊາຊົນ ຫວຽດນາມ ປະມານ 6 ລ້ານຄົນໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ທາງເອເລັກໂຕນິກ.

ຕາມຂໍ້ມູນຈາກກົມເຕັກໂນໂລຢີຂໍ້ມູນຂ່າວສານ, ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 6 ພຶດສະພາ ມີປະຊາຊົນ ຫວຽດນາມ ປະມານ 6 ລ້ານຄົນໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ທາງເອເລັກໂຕນິກ. 

 

ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນປະມານ 2,5 ລ້ານຄົນ ເມື່ອທຽບໃສ່ໄລຍະກ່ອນນີ້ 1 ອາທິດ. ລະຫັດ QR ຂອງ ໜັງສືຜ່ານແດນວັກຊິນດັ່ງກ່າວ ມີກຳນົດ 12 ເດືອນ ນັບແຕ່ວັນທີ່ກະຊວງສາທາລະນະສຸກເຊັນຢັ້ງຢືນ. ເມື່ອລະຫັດໝົດກຳນົດ, ປະຊາຊົນ ຈະໄດ້ຮັບແຈ້ງການ ແລະ ຈະສ້າງລະຫັດໃໝ່ໃຫ້ໂດຍອັດຕະໂນມັດ. ນີ້ແມ່ນມາດຕະການເຕັກນິກເພື່ອຮັບປະກັນຄວາມປອດໄພ ແລະ ຮັກສາຄວາມລັບຂໍ້ມູນສ່ວນຕົວ.

        ປັດຈຸບັນ, ຫວຽດນາມ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຮັບຮອງໜັງສືຜ່ານແດນວັກຊິນຂອງກັນກັບ 19 ປະເທດ, ໃນນັ້ນມີ ຍີ່ປຸ່ນ, ອາເມລິກາ, ສິງກະໂປ, ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


top