ຂ່າວສານ

ປະ​ກາດ​​ຊ່ອງ​ທາງສຶກ​ສາ​ຊັ້ນ​ປະ​ລິນ​ຍາ​ຕີໃນ​ພາກ​ພື້ນ ອາ​ຊຽນ ປີ 2025

ຊ່ອງທາງ ສຶກສາຊັ້ນປະລິນຍາຕີໃນພາກພື້ນ ອາຊຽນ ປີ 2025 ຈະສ້າງຄວາມກົມກ່ຽວປອງດອງ ແລະ ການໜູນຊ່ວຍຫັນການສຶກສາຊັ້ນປະລິນຍາຕີ ອາຊຽນ ເປັນສາກົນ, ພິເສດແມ່ນເພີ່ມທະວີການເຊື່ອມຕໍ່ລະຫວ່າງຄົນກັບຄົນ, ຊ່ວຍສ້າງປະຊາຄົມ ອາຊຽນ. ແຜນການນີ້ ຄາດວ່າຈະໄດ້ຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ເຊິ່ງຈະຈັດຂຶ້ນຢູ່ ກຳປູເຈຍ ໃນເດືອນ ພະຈິກ 2022.

ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫງວຽນວັນຝຸກ (ພາບ: ກະຊວງສຶກສາ)

ວັນທີ 27 ກໍລະກົດ, ໄດ້ດຳເນີນລາຍການສົນທະນາກ່ຽວກັບນະໂຍບາຍ SHARE - ສົ່ງເສີມການສຶກສາຊັ້ນສູງ ຢູ່ພາກພື້ນ ອາຊຽນ ຄັ້ງທີ 15 (Support to Higher Education in the ASEAN Region) ດ້ວຍຫົວຂໍ້ “ມຸ່ງໄປເຖິງອະນາຄົດຂອງຊ່ອງທາງສຶກສາຊັ້ນປະລິນຍາຕີໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້”, ເຊິ່ງຖືກຈັດຂຶ້ນໃນອາຍຸການ ຫວຽດນາມ ເປັນປະທານ ຂະແໜງສຶກສາ ອາຊຽນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫງວຽນວັນຝຸກ ເນັ້ນໜັກວ່າ: ບັນດາເປົ້າໝາຍທີ່ໄດ້ນຳມາສົນທະນາແມ່ນສອດຄ່ອງກັບບຸລິມະສິດແຖວໜ້າຂອງ ຫວຽດນາມ ນັ້ນແມ່ນ ຍົກສູງຄຸນນະພາບ, ເພີ່ມທະວີການເຊື່ອມໂຍງ, ປ່ຽນແປງໃໝ່ ແລະ ເພີ່ມທະວີການຮ່ວມມືສາກົນໃນການສຶກສາຊັ້ນປະລິນຍາຕີ. ຊ່ອງທາງສຶກສາຊັ້ນປະລິນຍາຕີ ອາຊຽນ ແມ່ນພື້ນຖານລວມ, ສ້າງໂອກາດເພື່ອໃຫ້ນັກສຶກສາພ້ອມກັນແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ແລະ ສະເໜີຍຸດທະສາດຕ່າງໆ. ທ່ານຮອງລັດຖະມົນຕີ ຫງວຽນວັນຝຸກ ເຊື່ອໝັ້ນວ່າ ຊ່ອງທາງດັ່ງກ່າວ ຈະສ້າງຄວາມກົມກ່ຽວປອງດອງ ແລະ ການໜູນຊ່ວຍຫັນການສຶກສາຊັ້ນປະລິນຍາຕີ ອາຊຽນ ເປັນສາກົນ, ພິເສດແມ່ນເພີ່ມທະວີການເຊື່ອມຕໍ່ລະຫວ່າງຄົນກັບຄົນ, ຊ່ວຍສ້າງປະຊາຄົມ ອາຊຽນ. ແຜນການນີ້ ຄາດວ່າຈະໄດ້ຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ເຊິ່ງຈະຈັດຂຶ້ນຢູ່ ກຳປູເຈຍ ໃນເດືອນ ພະຈິກ 2022.

(ແຫຼ່ງຄັດຈາກ VOV)

top