ຂ່າວສານ

ປະ​ກາດ​ແບບ​ຢ່າງ​ໄວ​ໝຸ່ມ ຫວຽດ​ນາມ ທີ່​ມີ​ຜົນ​ງານ​ດີ​ເດັ່ນ 20 ຄົນ

“20 ແບບຢ່າງ ທີ່ຄະນະກຳມະການແນະນຳຄັ້ງທຳອິດ ມີຜົນງານດີເດັ່ນ. ເປັນລາງວັນມອບໃຫ້ ແບບຢ່າງໄວໜຸ່ມ ຫວຽດນາມ ແຕ່ມີຫຼາຍນ້ອງທີ່ມີຜົນງານລະດັບໂລກ. ຍ້ອນແນວນັ້ນ, ນີ້ແມ່ນບັນດາແວ່ນແຍງທີ່ພວກຂ້າພະເຈົ້າຕີລາຄາສູງ. ຄະນະກຳມະການກໍ່ພິຈາລະນາຢ່າງເຄັ່ງຄັດໃນຫຼາຍດ້ານ.."
ການຖະແຫຼງຂ່າວ

ຕອນບ່າຍ ວັນທີ 20 ກຸມພາ, ທີ່ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ຄະນະກຳມະການພິຈາລະນາມອບລາງວັນ “ແບບຢ່າງໄວໝຸ່ມ ຫວຽດນາມ ມີຜົນງານດີເດັ່ນ” ປີ 2023, ໄດ້ດຳເນີນກອງປະຊຸມຖະແຫຼ່ງຂ່າວປະກາດ 20 ລາຍຊື່ຜູ້ເຂົ້າຮ່ວມການຄັດເລືອກທີ່ມີຜົນງານດີເດັ່ນ ໄດ້ເຂົ້າຮອບຄັດເລືອກທາງອອນລາຍ. ຈາກຜູ້ເຂົ້າຄັດເລືອກ 171 ຄົນ, ຄະນະກຳມະການໄດ້ປ່ອນບັດແບບປິດລັບ ເລືອກເອົາຜູ້ເຂົ້າຄັດເລືອກໄດ້ 20 ຄົນ ໃນ 9 ຂົງເຂດ, ລວມມີ: ການຮ່ຳຮຽນ; ຄົ້ນຄ້ວາປະດິດສ້າງ; ອອກແຮງງານທຳການຜະລິດ; ເລີມຕົ້ນທຸລະກິດ; ປ້ອງກັນຊາດ; ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ; ກິລາ; ກິດຈະກຳທາງສັງຄົມ; ສິລະປະ-ວັດທະນະທຳ. ທ່ານເລຂາທິການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ຫວງຽນມິ່ງຈຽດ ໃຫ້ຮູ້ວ່າ:

“20 ແບບຢ່າງ ທີ່ຄະນະກຳມະການແນະນຳຄັ້ງທຳອິດ ມີຜົນງານດີເດັ່ນ. ເປັນລາງວັນມອບໃຫ້ ແບບຢ່າງໄວໜຸ່ມ ຫວຽດນາມ ແຕ່ມີຫຼາຍນ້ອງທີ່ມີຜົນງານລະດັບໂລກ. ຍ້ອນແນວນັ້ນ, ນີ້ແມ່ນບັນດາແວ່ນແຍງທີ່ພວກຂ້າພະເຈົ້າຕີລາຄາສູງ. ຄະນະກຳມະການກໍ່ພິຈາລະນາຢ່າງເຄັ່ງຄັດໃນຫຼາຍດ້ານ, ຄື: ລະດັບການແຜ່ກະຈາຍຄວາມຮັບຜິດຊອບຕໍ່ຊຸມຊົນ, ການເຂົ້າຮ່ວມຂອງນ້ອງໆໄວໜຸ່ມຕໍ່ກັບການພັດທະນາຕົນເອງ, ກໍ່ຄືກັບການສົ່ງຜົນກະທົບຂອງເຂົາເຈົ້າຕໍ່ກັບຊາວໜຸ່ມ ແລະ ທົ່ວສັງຄົມ”.


top