ຂ່າວສານ

ປະ​ກາດ​ຄຳ​ສັ່ງ​ຂອງ​ປະ​ທານ​ປະ​ເທດ ກ່ຽວ​ກັບ​ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ຫາ​ຮັບ​ຮອງ​ເອົາ

ໃນສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19; ຫັນລະບຽບການລົງທຶນ, ດຳເນີນທຸລະກິດເປັນງ່າຍດາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ປຊຊ , ວິສາຫະກິດ.
ສະພາບການໃນການປະຊຸມຂ່າວ (ພາບ:VOV)

ຕອນເຊົ້າວັນທີ 24 ມັງກອນ, ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດ ໄດ້ຈັດການປະຊຸມຂ່າວ ປະກາດສຳສັ່ງຂອງປະທານປະເທດ ສຳລັບກົດໝາຍປັບປຸງ ແລະ ເພີ່ມເຕີມ ບາງຂໍ້ກຳນົດຂອງກົໝາຍ 9 ສະບັບ ທີ່ສະພາແຫ່ງຊາດຊຸດທີ 15 ໄດ້ຮັບຮອງເອົາ ທີ່ກອງປະຊຸມວິສາມັນຄັ້ງທີ 1, ລວມມີ: ກົດໝາຍວ່າດ້ວຍການລົງທຶນພາກລັດ, ກົດໝາຍວ່າດ້ວຍການລົງທຶນຕາມວິທີການຄູ່ຮ່ວມມືພາກລັດ ພາກເອກະຊົນ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍວິສາຫະກິດ…..

   ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານຮອງປະທານຫ້ອງວ່າການປະທານປະເທດ ຟ້າມແທັງຮ່າ ໄດ້ເນັ້ນໜັກວ່າ: ປັບປຸງ ແລະ ເພີ່ມເຕີມ ບາງຂໍ້ກຳນົດຂອງກົໝາຍ 9 ສະບັບ ໄດ້ເລີ່ມຈາກຄຳຮຽກຮ້ອງຫັນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍຂອງລັດກ່ຽວກັບການສ້າງກົດໝາຍໃຫ້ສົມບູນແບບ  ເປັນລະບອບລະບຽບການ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ການເຄື່ອນໄຫວຜະລິດ ດຳເນີນທຸລະກິດ ແລະ ຊີວິດສັງຄົມ, ໂດຍສະເພາະແມ່ນໃນເງື່ອນໄຂທັງປ້ອງກັນ, ຕ້ານໂລກລະບາດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ.

   ການສ້າງ, ປະກາດໃຊ້ກົດໝາຍເພື່ອແນໃສ່ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດດ້ານລະອບລະບຽບການ: ກົດໝາຍຢ່າງທັນການ, ສີມຂະຫຍາຍແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ໃນສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ 19; ຫັນລະບຽບການລົງທຶນ, ດຳເນີນທຸລະກິດເປັນງ່າຍດາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ປຊຊ , ວິສາຫະກິດ.

(ແຫຼ່ງຄັດຈາກ VOV)


top