ຕອນເຊົ້າວັນທີ 4 ມີນາ, ຢູ່ ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ສົມທົບກັບກະຊວງຕຳຫຼວດ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ ຈັດຕັ້ງກອງປະຊຸມຖະແຫຼງຂ່າວປະກາດຂໍ້ຕົກລົງ ສະບັບເລກທີ 266 ວ່າດ້ວຍອານອະໄພຍະໂທດປີ 2025 ຂອງປະທານປະເທດ.
ທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: quochoi.vn)
ເມື່ອກ່າວຄໍາເຫັນໃນກອງປະຊຸມຖະແຫຼງຂ່າວ, ທ່ານຮອງຫົວໜ້າຫ້ອງວ່າການປະທານປະເທດ ຟ້າມແທັງຮ່າ ໃຫ້ຮູ້ວ່າ ການອະໄພຍະໂທດກ່ອນກຳນົດເວລາໃຫ້ແກ່ນັກໂທດຖືກຈຳຄຸກທີ່ມີການກຳນົດເວລາ, ຈຳຄຸກຕະຫຼອດຊີວິດ ໄດ້ຮັບການຈັດຕັ້ງປະຕິບັດເນື່ອງໃນໂອກາດ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ນັບແຕ່ປີ 2009 ມາຮອດປັດຈຸບັນ, ຫວຽດນາມ ໄດ້ດຳເນີນການອະໄພຍະໂທດເປັນ 10 ຄັ້ງ ເນື່ອງໃນໂອກາດເຫດການສຳຄັນ, ວັນບຸນໃຫຍ່ຂອງຊາດ. ມີນັກໂທດເກືອບ 100.000 ຄົນ ມີໄລຍະເວລາດັດສ້າງ, ອອກແຮງງານ, ຮ່ຳຮຽນທີ່ດີໄດ້ກັບຄືນສູ່ການດຳລົງຊີວິດຂອງສັງຄົມເປັນປົກກະຕິ. ໝາກຜົນການອະໄພຍະໂທດແມ່ນຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການດ້ານການເມືອງ, ກົດໝາຍ, ການພົວພັນຕ່າງປະເທດ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກປະຊາຊົນພາຍໃນປະເທດ ແລະ ການຕີລາຄາສູງຈາກຫາງສຽງສາກົນ; ໂດຍສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢ່າງຍຸຕິທຳ, ສະເໝີພາບສຳລັບພົນລະເມືອງທຸກຄົນ, ນັບທັງຜູ້ພວມຖືກຈຳຄຸກ..
ໃນກອງປະຊຸມຖະແຫຼງຂ່າວ, ທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ:
“ເລື່ອງເປີດກວ້າງນະໂຍບາຍສຳລັບຜູ້ທີ່ໄດ້ຮັບການອະໄພຍະໂທດໃນປີ 2025 ທັງແມ່ນການປະຕິບັດນະໂຍບາຍອະໄພໂທດຂອງລັດ ພ້ອມທັງເປັນການຮັບຮູ້ໝາກຜົນຂອງວຽກງານດັດສ້າງ, ສຶກສາອົບຮົມນັກໂທດໃນຄ້າຍດັດສ້າງຂອງກຳລັງຕຳຫຼວດປະຊາຊົນ. ມີອີກຈຸດໜຶ່ງທີ່ລັດ ພິຈາລະນາ ແມ່ນອີງໃສ່ຜົນການອະໄພຍະໂທດຄັ້ງກ່ອນໆ; ຜູ້ທີ່ໄດ້ຮັບການອະໄພຍະໂທດກັບເມືອບ້ານ ໄດ້ປະຕິບັດແຜນນະໂຍບາຍ, ນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດໄດ້ເປັນຢ່າງດີ; ອັດຕາຜູ້ລະເມີດກົດໝາຍຄືນໃໝ່ແມ່ນຕ່ຳຫຼາຍ.”