ຂ່າວສານ

ປະເມີນຜົນການສຳຫລວດສວນສາທາລະນະທໍລະນີສາດທົ່ວໂລກ UNESCO ທັດສະນີຍະພາບ (ນອນເນືອກ) ກາວບັງ

      ວັນທີ 06 ກໍລະກົດ, ຄະນະນັກຊ່ຽວຊານເຄືອຂ່າຍສວນສາທາລະນະທໍລະນີສາດທົ່ວໂລກ UNESCO ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ກາວບັງ, ເພື່ອປະເມີນຜົນການສຳຫລວດການເຄື່ອນໄຫວຂອງສວນສາທາລະນະທໍລະນີສາດທົ່ວໂລກ UNESCO ທັດສະນີຍະພາບ ກາວບັງ. 

ປະເມີນຜົນການສຳຫລວດສວນສາທາລະນະທໍລະນີສາດທົ່ວໂລກ UNESCO ທັດສະນີຍະພາບ (ນອນເນືອກ) ກາວບັງ (ພາບ: TTXVN)
      ທ່ານ Guy Martini, ທີ່ປຶກສາຂັ້ນສູງ, ປະທານສະພາເຄືອຂ່າຍສວນສາທາລະນະທໍລະນີສາດທົ່ວໂລກ UNESCO ຖືວ່າ: ພາຍຫລັງສວນສາທາລະນະທໍລະນີສາດທົ່ວໂລກ UNESCO ທັດສະນີຍະພາບ ກາວບັງ ເຂົ້າສູ່ການເຄື່ອນໄຫວມາເປັນເວລາ 2 ປີ (2018 - 2020), ຄະນະຄຸ້ມຄອງສວນສາທາລະນະ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ປະຊາຊົນໄດ້ຕັ້ງໜ້າປະຕິບັດບັນດາຂໍ້ສະເໜີ, ຂໍ້ກຳນົດຂອງ UNESCO ກ່ຽວກັບການອະນຸລັກຮັກສາບັນດາສະຖານທີ່ມໍລະດົກໄວ້ດັັ້ງເດີມ. ຄະນະນັກຊ່ຽວຊານກໍ່ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ, ອົງການເຈົ້າໜ້າທີ່ແຂວງ ກາວບັງ ຄວນເອົາໃຈໃສ່ເຖິງການຮັກສາສະພາບແວດລ້ອມບັນດາສະຖານທີ່ມໍລະດົກກ່ວາອີກ; ເອົາໃຈໃສ່ຂຸດຄົ້ນບັນດາຄຸນຄ່າວັດທະນະທຳທ້ອງຖິ່ນເດີມ ຄືຜະລິດກະສິກຳທີ່ຕິດພັນກັບການປູກຝັງ, ສະຖາປັດຕະຍາກຳເຮືອນຮ້ານ, ວັດທະນະທຳສິລະປະພື້ນເມືອງ…
 (ແຫຼ່ງຄັດຈາກ VOV)


top