ຕາມທັດສະນະ ຂອງ ຊາວເຜົ່າ ລາວ (ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ), ປະເພນີ ການຍ້ອມແຂ້ວ ບໍ່ພຽງແຕ່ ນຳມາເຊິ່ງ ຄວາມ ງາມ, ຄວາມມີສະເໜ່ ໃຫ້ແມ່ຍິງ ເທົ່ານັ້ນ, ແຕ່ຍັງມີຄວາມໝາຍ ກ່ຽວກັບຄວາມໂຊກດີ ອີກດ້ວຍ.
ຕາມທັດສະນະ ຂອງ ຊາວເຜົ່າ ລາວ (ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ), ປະເພນີ ການຍ້ອມແຂ້ວ ບໍ່ພຽງແຕ່ ນຳມາເຊິ່ງ ຄວາມ ງາມ, ຄວາມມີສະເໜ່ ໃຫ້ແມ່ຍິງ ເທົ່ານັ້ນ, ແຕ່ຍັງມີຄວາມໝາຍ ກ່ຽວກັບຄວາມໂຊກດີ ອີກດ້ວຍ.
ຊາວເຜົ່າ ລາວ ຢູ່ເມືອງ ຕາມເດື່ອງ ມີຈຳນວນປະຊາກອນບໍ່ຫຼາຍ, ປັດຈຸບັນ, ເຂົາເຈົ້າຍັງຄົງ ອະນຸລັກຮັກສາ ວັດທະນະທຳມູນເຊື້ອ ທີ່ ເປັນເອກະລັກ ສະເພາະຂອງເຜົ່າຕົນ. ໜຶ່ງໃນລັກສະນະ ວັດທະ ນະທໍາ ທີ່ເປັນເອກະລັກເຫຼົ່ານັ້ນ ແມ່ນປະເພນີການຍ້ອມແຂ້ວດໍາ ຂອງ ແມ່ຍິງ.
ປະເພນີຍ້ອມແຂ້ວດຳ ຖືເປັນປະເພນີ ຂອງ ຊົນເຜົ່າ ລາວ ທີີ່ມີ ມາ ແຕ່ບູຮານນະການ. ໃນອະດີດ, ການທ່ີແມ່ຍິງມີແຂ້ວດຳ ທີ່ເຫຼື້ອມ ງາມ ແມ່ນມີຄວາມສໍາຄັນເທົ່າກັບການມີຜົມຍາວ, ງາມ ແລະ ແຂງ ແຮງ. ການຍ້ອມແຂ້ວ ຍັງໝາຍເຖິງ ເກນເຂົ້າສູ່ຊີວິດ ເປັນຜູ້ໃຫຍ່ ຂອງແມ່ຍິງ. ຍິງສາວ ຄົນໃດ ທີ່ຍ້ອມແຂ້ວ ເປັນສີດໍາ ຈະດຶງດູດ ຄວາມສົນໃຈ ຈາກຜູ້ຊາຍ ເປັນຈໍານວນຫຼາຍ ແລະ ການທີ່ ຍິງສາວ ມີ ແຂ້ວດໍາ ຍັງສະແດງໃຫ້ເຫັນເຖິງຄວາມດຸໝັ່ນ, ຄ່ອງແຄ້ວ ແລະ ຄວາມມານະອົດທົນ ອີກດ້ວຍ.
ຜູ້ຍິງເຜົ່າ ລາວ ຍ້ອມແຂ້ວ ດຳ ດ້ວຍຕົນເອງ.
ແມ່ຍິງເຜົ່າ ລາວ ມັກຍ້ອມແຂ້ວ ດ້ວຍຕົນເອງ. ເພື່ອກະກຽມ ໃຫ້ ການ ຍ້ອມແຂ້ວ, ເຂົາເຈົ້າຈະໃຊ້ “ໄມ້ຕີ້ວ” ຕັດມາຈາກປ່າ. ຕົ້ນໄມ້ ຊະນິດນີ້ ແຂງແກ່ນ ແລະ ມີຢາງຫຼາຍ. ເຂົາເຈົ້າຕ້ອງ ປອກເປືອກ ທັງໝົດອອກ, ຕາກໃຫ້ແຫ້ງ, ແລ້ວເກັບໄວ້ເທິງຄ່ວນ. ຂັ້ນຕອນທໍາ ອິດ ກ່ອນຈະຍ້ອມແຂ້ວ, ກ່ອນອື່ນຕ້ອງທຳຄວາມສະອາດແຂ້ວ. ເມື່ອຍ້ອມສີ, ເຂົາເຈົ້າຈະເອົາ ໄມ້ຕີ້ວ ທີ່ຖືກເກັບໄວ້ ຈາກຄ່ວນ ຈູດ ໃຫ້ໄໝ້ ຈົນເປັນສີດຳ ເພື່ອເອົາຄວັນ ຂອງມັນ. ເມື່ອໄຟລຸກຂຶ້ນ, ຈະ ໃຊ້ຂາງປ່ຽງໜຶ່ງ ເພື່ອຈັບອາຍຄວັນ. ຫຼັງຈາກນັ້ນ, ເຂົາເຈົ້າໃຊ້ປາຍ ນິ້ວຊີ້ ຖູເຂົ້າກັບປ່ຽງຂາງ ທ່ີຕິດຄວັນສອງສາມເທື່ອ ແລ້ວຖູໃສ່ ແຂ້ວ ຂອງຕົນ, ເມື່ອເຫັນວ່າ ແຂ້ວມີສີດຳເຫຼື້ອມ ຈິ່ງເຊົາ ແລະ ເຮັດເປັນ ເວລາໜຶ່ງອາທິດ ຢ່າງຕໍ່ເນື່ອງ, ເຂົາເຈົ້າຈະໃຊ້ເວລາໜຶ່ງ ຊົ່ວໂມງຕໍ່ ມື້ ເພື່ອການຍ້ອມແຂ້ວ ດ້ວຍວິທີນີ້.
ແຕ່ລະຄັ້ງທີ່ຍ້ອມແຂ້ວ ຈະຢູ່ໄດ້ປະມານສອງເດືອນ. ຖ້າຕ້ອງການ ໃຫ້ແຂ້ວເປັນສີດໍາເຫຼື້ອມ, ກໍຄວນຍ້ອມສີ ອີກຊັ້ນໜຶ່ງ ໃນແຕ່ລະປີ. ໃນລະຫວ່າງການຍ້ອມແຂ້ວ ຈະບໍ່ໄດ້ກິນອາຫານ ຫຼື ເຄື່ອງດື່ມທ່ີ ຮ້ອນ, ບໍ່ກິນອາຫານທີ່ແຂງເກີນໄປ ເພື່ອຮັກສາ ຄວາມທົນທານ ຂອງສີຍ້ອມ.
ສຳລັບຜູ້ຮັກມັກຄວາມພິຖີພິຖັນ, ເຂົາເຈົ້າຈະບໍ່ຍ້ອມແຂ້ວເປັນສີດຳ ໝົດທຸກເຫຼັ້ມ, ແຕ່ຈະໂອບແຂ້ວດ້ວຍຄຳ ໜຶ່ງ ຫຼື ສອງເຫຼັ້ມ ໃຫ້ກາຍ ເປັນສີເຫຼື້ອມ ຢູ່ເບື້ອງເທິງ ຊຶ່ງສ້າງຄວາມງາມ ໂດດເດັ່ນສະເພາະ.
ແມ່ຍິງເຜົ່າ ລາວ ແລະ ເຜົ່າ ລື້ຢູ່ ເມືອງ ຕາມເດື່ອງ ຍັງຄົງຮັກສາ ປະເພນີ ຍ້ອມແຂ້ວດຳ.
ແມ່ຍິງຫຼາຍຄົນ ຢູ່ແຫ່ງນີ້ໄດ້ແບ່ງປັນວ່າ ເມື່ອແຕ່ງງານເມືອເຮືອນ ຜົວ, ເຖິງວ່າລືມຫຍັງກໍໄດ້, ແຕ່ບໍ່ອາດລືມຄວາມເຄີຍ ແລະ ວິທີ ຍ້ອມແຂ້ວດຳ ເປັນເດັດຂາດ. ເນື່ອງຈາກວ່າ ການຍ້ອມແຂ້ວດຳ ຈະໄດ້ຮັບການດຳເນີນໄປຢ່າງຕໍ່ເນື່ອງ. ເຂົາເຈົ້າຍ້ອມແຂ້ວ ຕະຫຼອດຊີວິດ ຫາກບໍ່ພຽງແຕ່ໃນຊ່ວງເວລາອັນສັ້ນໆ ເທົ່ານັ້ນ. ບໍ່ເທົ່ານັ້ນ, ການຍ້ອມແຂ້ວ ໄດ້ກາຍເປັນ “ແບບແຜນ” ເພື່ອຕີລາຄາ ແມ່ຍິງ ຄົນ ໜຶ່ງດີ ຫຼື ບໍ. ແມ່ຍິງຄົນໃດ ທີ່ລະເລີຍການຍ້ອມແຂ້ວ ຈະຖືວ່າ ເປັນຄົນຂີ້ຄ້ານ ແລະ ບໍ່ມີຄວາມງາມສົມບູນແບບ ນັບທັງໃນດ້ານອຸປະນິໄສ ແລະ ດ້ານຄວາມງາມ ຂອງຜູ້ຍິງ ອີກດ້ວຍ.
ເຜົ່າ ລາວ ແລະ ເຜົ່າ ລື້ ເປັນສອງຊົນເຜົ່າ ທີ່ຍັງເຫຼືອ ຢູ່ທາງທິດ ຕາເວັນຕົກສ່ຽງເໜືອ ທີ່ຍັງຄົງຮັກສາ ປະເພນີ ການຍ້ອມແຂ້ວດຳ.
ຊາວເຜົ່າ ລາວ ອາໄສຢູ່ເຂດຕາເວັນຕົກສ່ຽງເໜືອ ແລະ ພາກກາງ ຕອນເໜືອ ເປັນສ່ວນຫຼາຍ. ຄົນລາວ ຮັກມັກການຟ້ອນລຳທຳເພງ ແລະ ມີສົມບັດວັດທະນະທຳ ພື້ນເມືອງ ທີ່ເຕັມໄປດ້ວຍສີສັນ ກັບ ເທບນິຍາຍ, ນິທານ, ລໍາພື້ນເມືອງຢ່າງຫຼວງຫຼາຍ... ຕາມການສຳ ຫຼວດ 53 ຊົນເຜົ່າ ໃນປີ 2019, ຄົນ ລາວຢູ່ ຫວຽດນາມ ມີ 17.532 ຄົນ, ໃນນັ້ນຊາຍ 8.991 ຄົນ, ຍິງ 8.541 ຄົນ. ຄົນ ລາວ ສັງກັດ ກຸ່ມພາສາ ໄຕ່-ໄທ (ຕະກຸນພາສາໄທ-ກະໄດ).
ບົດ: ຖາວວີ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ