ຂ່າວສານ

ປະເທດຊາດເຂົ້າສູ່ຈັງຫວະພັດທະນາດ້ວຍພະລັງຊີວິດລະດູບານໃໝ່

ການອອກແຮງງານ, ຈັງຫວະການຜະລິດ, ການພົວພັນແລກປ່ຽນການຄ້າ ຢູ່ ຫວຽດນາມ ມີບັນຍາກາດຄຶກຄື້ນນັບແຕ່ຊຸມວັນຕົ້ນປີ 2022. ນີ້ແມ່ນບັນດາສັນຍານຕັ້ງໜ້າພາຍຫຼັງພື້ນຖານເສດຖະກິດໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເປັນໄລຍະຍາວ. ໝາກຜົນນີ້ ສະແດງໃຫ້ເຫັນການຊີ້ນຳຢ່າງມີໄຫວພິບ, ທັນການຂອງລັດຖະບານ, ການເຂົ້າຮ່ວມຂອງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ການຕອບສະໜອງ, ເຫັນດີເຫັນພ້ອມຂອງປະຊາຊົນເພື່ອບໍ່ພາດໂອກາດພັດທະນາຂອງປະເທດຊາດ.

ພາບປະກອບ: VOV

ຫຼາຍທ້ອງຖິ່ນຂອງຫວຽດນາມ, ເປັນຕົ້ນແມ່ນສະຖານທີ່ເຕົ້າໂຮມບັນດາເຂດອຸດສາຫະກຳ ໄດ້ຢັ້ງຢືນ ບັນຍາກາດອອກແຮງງານ, ທຳການຜະລິດຢ່າງຟົດຟື້ນ. ບັນດາການເຄື່ອນໄຫວຂອງພື້ນຖານເສດຖະກິດພວມຄ່ອຍໆກັບຄືນສູ່ສະພາບປົກກະຕິ, ການດຳເນີນທຸລະກິດ, ການບໍລິການໄດ້ຮັບການຟື້ນຟູຢ່າງແຮງ. ການພົວພັນແລກປ່ຽນການຄ້າ, ການເດີນທາງໄປມາຂອງປະຊາຊົນ ມີຄວາມຄຶກຄື້ນ, ເປັນຕົ້ນແມ່ນຢູ່ບັນດາທ່າອາກາດສະຍານ.

ບັນດາສັນຍານຕັ້ງໜ້າ

            ຄວາມຄັບຄາໜ້າແໜ້ນຂອງຜູ້ໂດຍສານຢູ່ບັນດາສະໜາມບິນຢູ່ບັນດານະຄອນໃຫຍ່, ຫຼືບັນດາທ້ອງຖິ່ນ ແມ່ນສະຖານທີ່ທ່ອງທ່ຽວ ໄດ້ປະກົດຂຶ້ນຄືນໃໝ່. ຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ຄວາມຕ້ອງການໃນການເດີນທາງໄປມາຜ່ນາສາຍການບິນ ສືບຕໍ່ເພີ່ມຂຶ້ນສູງ. ສະເພາະແຕ່ ວັນທີ 6 ກຸມພາ, ສະໜາມບິນໄດ້ຕ້ອນຮັບຜູ້ໂດຍສານທີ່ເດີນທາງມາຈາກບ່ອນອື່ນກ່ວາ 70.000ເທື່ອຄົນ ແລະ ຜູ້ໂດຍສານເດີນທາງອອກຈາກສະໜາມບິນນີ້ເກືອບ 32.000 ເທື່ອຄົນ. ເປັນອັນວ່າ, ວັນທີ 6 ກຸ່ມພາ, ຍອດຈຳນວນຜູ້ໂດຍສານຜ່ານສະໜາມບິນນີ້ແມ່ນຫຼາຍກ່ວາ 102.000 ເທື່ອຄົນ. ນີ້ແມ່ນຕົວເລກບັນລຸສະຖິຕິ ກ່ຽວກັບຈຳນວນຜູ້ໂດຍສານ ໄດ້ເດີນທາງຜ່ານສະໜາມບິນ ເຕິນເຊີນເຍິດ ໃນໄລຍະຜ່ານມາ. ຢູ່ພາກກາງ, ນັບແຕ່ວັນທີ 30 ມັງກອນ ຫາວັນທີ 5 ກຸມພາ, ບໍລິສັດການບິນ Vietnam Airlines ຢູ່ເຂດພາກກາງຄື: ດ່ານັ້ງ, ເຫ້ວ, ບິ່ງດິ່ງ, ກ໋ວາງບິ່ງ…ຮັບໃຊ້ເກືອບ 1000 ຖ້ຽວບິນດ້ວຍຜູ້ໂດຍສານເກືອບ 140.000 ຄົນ. ຕາມທ່ານ ເລຈີກວັນ, ຮອງຜູ້ອຳນວຍການບໍລິສັດການບິນແຫ່ງຊາດ Vietnam Airlines ສາຂາເຂດພາກກາງແລ້ວ, ໃນຊຸມວັນມໍ່ໆມານີ້ ທາງໜ່ວຍງານຮູ້ສຶກໄດ້ວ່າຂະແໜງທ່ອງທ່ຽວຄື ກໍ່ຄືການຂົນສົ່ງຜ່ານສາຍການບິນ ພວມມີການຟື້ນຟູ. ປັດຈຸບັນຈຳນວນຖ້ຽວບິນພາຍໃນປະເທດ ຄ່ອຍໆຟື້ນຟູໄດ້ປະມານ 70% ເມື່ອທຽບໃສ່ເມື່ອກ່ອນ. ທ່ານ ກວັນໃຫ້ຮູ້ວ່າ:

ອາດເຫັນໄດ້ວ່າ ຢູ່ບັນດາສະໜາມບິນໃຫຍ່ຄື ເຕິນເຊີນເຍິດ, ຮ່າໂນ້ຍ ຫຼື ດ່ານັ້ງ ຈຳນວນຜູ້ເດີນທາງໄປມາແມ່ນຄັບຄາໜ້າແໜ້ນທີ່ສຸດ. ເມື່ອເຫັນໄດ້ຮູບພາບນີ້ ຜູ້ຮັບໃຊ້ວຽກງານທ່ອງທ່ຽວຄືພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ນີ້ແມ່ນສັນຍານຂອງການເລີ່ມຕົ້ນທີ່ດີ ແລະ ຫວັງວ່າ ປີ 2022 ຈະນຳເອົາການເລີ່ມຕົ້ນໃໝ່ມາໃຫ້ຂະແໜງທ່ອງທ່ຽວເວົ້າລວມ ແລະ ຂະແໜງການບິນເວົ້າສະເພາະ.

ບໍ່ພຽງແຕ່ຂົງເຂດຂົນສົ່ງຜ່ານສາຍການບິນ, ສະພາບການຜະລິດຂອງບັນດາວິສາຫະກິດກໍ່ມີສັນຍານທີ່ດີຂຶ້ນ. ເດືອນມັງກອນ 2022, ຫວຽດນາມ ໄດ້ຢັ້ງຢືນຈຳນວນວິສາຫະກິດຈົດທະບຽນໃໝ່ ແລະ ກັບຄືນສູ່ຕະຫຼາດເພີ່ມຂຶ້ນ 28,9% ແລະ 194% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ນີ້ແມ່ນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ກ່ຽວກັບການຜະລິດ, ບັນດາວິສາຫະກິດໃນທົ່ວປະເທດ ໄດ້ມານະພະຍາຍາມຍູ້ແຮງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ຢູ່ແຂວງບິ່ງເຢືອງ, ມີວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດນັບຮ້ອຍແຫ່ງ ໄດ້ກັບຄືນສູ່ການຜະລິດພາຍຫຼັງໄລຍະພັກບຸນປີໃໝ່ປະຈຳຊາດ. ມີວິສາຫະກິດຫຼາຍແຫ່ງໄດ້ເຄື່ອນໄຫວດ້ວຍສະມັດຕະພາບເກືອບ 100%. ຢູ່ດ່ານັ້ງ, ມີວິສາຫາກິດ ປະມານ 90% ຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກໄດ້ເຄື່ອນໄຫວດ້ວຍ ສະມັດຕະພາບ 100%. ມີວິສາຫະກິດຫຼາຍແຫ່ງໄດ້ເຊັນສັນຍາສັ່ງສິນຄ້າຈາກຄູ່ຮ່ວມມື.

ໃນຂະນະນັ້ນ, ຕະຫຼາດແຮງງານກໍ່ກັບມາຄຶກຄື້ນຄືນໃໝ່. ຕາມການຄາດຄະເນເບື້ອງຕົ້ນຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລ້ວ ໄລ່ຮອດທ້າຍເດືອນທັນວາ ປີ 2021, ຕະຫຼາດແຮງງານ ໄດ້ຮັບການຟື້ນຟູ. 95% ກຳລັງແຮງງານຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກ, ບັນດາສູນແຮງງານໄດ້ເຄື່ອນໄຫວຄືນໃໝ່. ຕາມການນຳກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແລ້ວ, ມາຮອດປັດຈຸບັນ, ຕະຫຼາດແຮງງານໄດ້ຟື້ນຟູໂດຍໄວ ແລະ ເປັນປົກກະຕິພໍສົມຄວນ.

ເປັນເຈົ້າການເຂົ້າຮ່ວມ

 

ເພື່ອບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າດັ່ງກ່າວແມ່ນ ຍ້ອນ ຫວຽດນາມ ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ມະຕິສະບັບເລກທີ 1 ກ່ຽວກັບໜ້າທີ່, ວິທີການແກ້ໄຂຫຼັກໃນການປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ແລະ ມະຕິສະບັບເລກທີ 2 ກ່ຽວກັບການສືບຕໍ່ປະຕິບັດບັນດາໜ້າທີ່, ວິທີການແກ້ໄຂຫຼັກເພື່ອປັບປຸງ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດປີ 2022 ແລະ ຊຸມປີຕໍ່ໄປ.  ບັນດານະໂຍບາຍເຫຼົ່ານີ້ ໄດ້ສ້າງກຳລັງໜູນໃໝ່ໃຫ້ທຸກຂັ້ນ, ທຸກຂະແໜງການ, ດຶງດູດຄວາມສົນໃຈ, ການສະໜັບສະໜູນຈາກປະຊາຊົນ ແລະ ປະຊາຄົມວິສາຫະກິດ, ສ້າງພະລັງແຮງໃໝ່ເພື່ອປະກອບສ່ວນເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022 ໃຫ້ສຳເລັດຜົນ.

ທ່ານ ຫງວຽນມິງຖ໋າວ ຫົວໜ້າຄະນະຄົ້ນຄ້ວາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງຄວາມສາມາດໃນການແກ້ງແຍ້ງ (ສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ) ໃຫ້ຮູ້ວ່າ, ການປ່ຽນແປງວິທີການຕ້ານໂລກລະບາດໂຄວິດ - 19, ພ້ອມກັບບັນດານະໂຍບາຍປີການເງິນ, ເງິນຕາ ໄດ້ຊ່ວຍໃຫ້ວິສາຫະກິດຟື້ນຟູໂດຍໄວ ພາຍຫຼັງສິ້ນສຸດການແຍກຫ່າງສັງຄົມ. ພ້ອມກັນນັ້ນ, ຄວາມສາມາດບົ່ມຊ້ອນໃນການປະຕິຮູບການບໍລິການ, ຫັນລະບຽບການເປັນງ່າຍດາຍ, ຫຼຸດເວລາປະຕິບັດດ້ານລະບຽບການໃຫ້ແກ່ວິສາຫະກິດຍັງມີຫຼາຍຢູ່ ແລະ ສືບຕໍ່ໄດ້ໝູນໃຊ້ຢ່າງສຸດຂີດ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດພັດທະນາ.

ສະພາບການເສດຖະກິດ - ສັງຄົມພວມມີການຜັນແປຢ່າງຕັ້ງໜ້າ. ນີ້ແມ່ນສັນຍານທີ່ເປັນໜ້າຊື່ນຊົມ, ໂດຍສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພາດໂອກາດພັດທະນາ, ຟື້ນຟູໂດຍໄວ, ພັດທະນາແບບຍືນຍົງ.

 

 (ແຫຼ່ງຄັດຈາກ VOV)

 

 

 


top