ຂ່າວສານ

ປະສິດທິຜົນຈາກການກວດ, ປິ່ນປົວພະຍາດທາງໄກຢູ່ແຂວງ ທ໊າຍງວຽນ

      ແຜນຮ່າງ “ກວດປິ່ນປົວພະຍາດທາງໄກ” ຂອງກະຊວງສາທາລະນະສຸກຫວຽດນາມ ໄດ້ແລະ ພວມຊ່ວຍໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ໄດ້ສຳຜັດກັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບສູງ
            ປະຈຸບັນ, ຄົນເຈັບຢູ່ໂຮງໝໍຂັ້ນເມືອງ ແລະ ຂັ້ນແຂວງ ລ້ວນແຕ່ໄດ້ຮັບການບົ່ງມະຕິພະຍາດຈາກແພດໝໍຂອງ ໂຮງໝໍຂັ້ນສູນກາງ, ຈາກນັ້ນ ຍົກອອກວິທີປິ່ນປົວພະຍາດຢ່າງມີປະສິດທິຜົນ. ຍິ່ງໄປກວ່ານັ້ນ, ໂດຍອີງໃສ່ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອຸປະກອນການແພດທີ່ທັນສະໄໝນັ້ນ, ຍັງສາມາດຊ່ວຍໃຫ້ ແພດໝໍຂັ້ນສູນກາງ ສາມາດກວດ, ປິ່ນປົວພະຍາດທາງໄກໃຫ້ຄົນເຈັບຢູ່ສຸກສາລາ ຫຼື ຢູ່ເຮືອນຂອງປະຊາຊົນໄດ້.

ໂຮງໝໍຫລາຍຂະແໜງສູນກາງ ທ໊າຍງວຽນ ປະຕິບັດການກວດ, ປິ່ນປົວພະຍາດທາງໄກ. - ພາບ: nhandan.com.vn
      ໃນການປະຊຸມບົ່ງມະຕິພະຍາດທາງອອນລາຍ, ການກວດ, ປິ່ນປົວພະຍາດຈາກທາງໄກໄດ້ຮັບການປະຕິບັດລະຫວ່າງແພດໝໍຂອງໂຮງໝໍຫລາຍຂະແໜງສູນກາງ ທ໊າຍງວຽນ (ຂຶ້ນກັບກະຊວງສາທາລະນະສຸກ) ກັບໂຮງໝໍຫລາຍຂະແໜງເມືອງ ຫວໍຍາຍ (ຂຶ້ນກັບພະແນກສາທາລະນະສຸກແຂວງ ທ໊າຍງວຽນ), ໂດຍໄດ້ຮັບຂໍ້ມູນຂ່າວສານຈາກການລາຍງານທາງອອນລາຍ ແລະ ໝາກຜົນຂອງການຖ່າຍເອັກສະເລຜ່ານໜ້າຈໍ, ບັນດາແພດໝໍຂັ້ນສູນກາງໄດ້ໜູນຊ່ວຍແພດໝໍຂັ້ນເມືອງປິ່ນປົວພະຍາດໃຫ້ພໍ່ຕູ້ມີອາຍຸ 80 ປີ, ເກີດມີອາການແໜ້ນເອິກຢ່າງທັນການ. ຖ້າບໍ່ມີລະບົບກວດ, ປິ່ນປົວພະຍາດທາງໄກ, ພໍ່ຕູ້ບໍ່ຮູ້ວ່າຈະມີຊີວິດຢູ່ຕໍ່ໄປໄດ້ບໍ່. ທ່ານໝໍ ເລຮຸ່ງເວືອງ, ຫົວໜ້າຂະແໜງພັກຟື້ນ, ຕ້ານພິດ, ໂຮງໝໍຫລາຍຂະແໜງສູນກາງ ທ໊າຍງວຽນ, ໃຫ້ຮູ້ວ່າ:
            “ສຳລັບຄົນເຈັບຕ້ອງພະຍາບານສຸກເສີນ ຖ້າແພດໝໍປິ່ນປົວໄວ ແມ່ນສິ່ງສຳຄັນທີ່ສຸດຕົວຢ່າງຄືຄົນເຈັບທີ່ໃສ່ເຄື່ອງຊ່ວຍຫາຍໃຈນັ້ນ ຕ້ອງມີກ້ອງວົງຈອນປິດຕິດຢູ່ຕຽງ ເພື່ອໃຫ້ພວກຂ້າພະເຈົ້າແນະນຳການປິ່ນປົວດ້ວຍການໜູນຊ່ວຍຊ່ວຍເຫຼືອຂອງພວກຂ້າພະເຈົ້າມີຄົນເຈັບຫລາຍຄົນ ບໍ່ຈຳເປັນຕ້ອງນຳສົ່ງໄປຮອດຂັ້ນ ສູນກາງ,  ຂັ້ນເມືອງ, ຂັ້ນແຂວງກໍ່ສາມາດປິ່ນປົວໄດ້.
            ການແນະນຳ, ຊ່ວຍເຫຼືອຈາກທາງໄກ ເພື່ອໃຫ້ໂຮງໝໍຂັ້ນເມືອງ, ຂັ້ນແຂວງປິ່ນປົວພະຍາດໃຫ້ຄົນເຈັບ ຫລາຍຄົນ ໂດຍຜ່ານການບົ່ງມະຕິພະຍາດຢ່າງທັນການ, ມີປະສິດທິຜົນ. ທ່ານໝໍ ຫງວຽນຈີ໊ເກື່ອງ, ຫົວໜ້າຂະແໜງປະສູດ ແລະ ຮອງສາດສະດາຈານ, ດຣ (ດອັກເຕີ)ຫງວຽນກົງຮ່ວາງ, ຫົວໜ້າໂຮງໝໍຫລາຍຂະແໜງສູນກາງ ທ໊າຍງວຽນ, ແບ່ງປັນວ່າ:
            “ການຝຶກອົບຮົບດ້ວຍຮູບການນີ້ແມ່ນມີປະສິດທິຜົນທີ່ສຸດສາມາດຝຶກອົບຮົມໃຫ້ຫລາຍຄົນໄດ້ພ້ອມກັນ , ບໍ່ຕ້ອງຈັດການຝຶກອົບຮົບ ຫລາຍມື້ກ່ອນນີ້ມີຫຼາຍ ກໍລະນີເຈັບເປັນ ພວກຂ້າພະເຈົ້າ ຕ້ອງຈັດສົ່ງແພດໝໍລົງໄປໜູນຊ່ວຍຢູ່ ຂັ້ນເມືອງຂັ້ນແຂວງ ແຕ່ມາໃນປະຈຸບັນ ແມ່ນພຽງແຕ່ບົ່ງມະຕິຊີ້ນຳທາງໄກ, ກໍ່ສາມາດກູ້ເອົາຊີວິດໃຫ້ຄົນເຈັບໄດ້ຢ່າງທັນການແລ້ວ.
            ໃຊ້ຄອມພິວເຕີ, ໝູນໃຊ້ເຕັກໂນໂລຊີ 4.0 ເຂົ້າໃນການກວດ, ປິ່ນປົວພະຍາດຈາກທາງໄກ ໄດ້ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງ, ຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາໃນການໄປມາຂອງແພດໝໍລົງ. ປະຊາຊົນມີຄວາມເຊື່ອໝັ້ນວ່າ ມາປິ່ວປົວຢູ່ໂຮງໝໍຂັ້ນເມືອງ, ແຂວງ ຍັງ ໄດ້ຮັບການປິ່ນປົວຈາກ ແພດໝໍຢູ່ຂັ້ນສູນກາງ.
            ລົງທຶນພຽງແຕ່ປະມານ 50 ລ້ານດົ່ງເທົ່ານັ້ນ ໂຮງໝໍຂັ້ນເມືອງກໍ່ສາມາດເຊື່ອມຕໍ່ກັບລະບົບກວດ, ປິ່ນປົວພະຍາດທາງໄກໄດ້ ບໍ່ວ່າໂຮງໝໍຂັ້ນສູນກາງແຫ່ງໃດໆ. ກ່ອນນີ້, ຮູບການຝຶກອົບຮົບ, ຖ່າຍທອດເຕັກນິກໃນແຜນຮ່າງໂຮງໝໍຂັ້ນແຂວງ, ເມືອງແມ່ນ “ໜຶ່ງຕໍ່ໜຶ່ງ”, ແຕ່ປະຈຸບັນ ໃນເວລາດຽວກັນ ໂຮງໝໍຂັ້ນສູນກາງສາມາດເຊື່ອມຕໍ່ກັບໂຮງໝໍຂັ້ນເມືອງ, ຂັ້ນແຂວງໄດ້ຫລາຍຮ້ອຍແຫ່ງ ເພື່ອບົ່ງມະຕິທາງອອນລາຍ, ກວດ ປິ່ວປົວພະຍາດທາງໄກ. ຕົວຢ່າງຄື: ປະຈຸບັນ ພວມມີໂຮງໝໍຂັ້ນເມືອງ, ຂັ້ນແຂວງ 190 ແຫ່ງໄດ້ເຂົ້າຮ່ວມເຊື່ອມຕໍ່ເຄືອຂ່າຍການກວດ, ປິ່ນປົວພະຍາດທາງໄກຂອງໂຮງໝໍມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ.

ໂຮງໝໍຫລາຍຂະແໜງສູນກາງ ທ໊າຍງວຽນ ໜູນຊ່ວຍຜ່າຕັດຜ່ານລະບົບກວດ, ປິ່ນປົວທາງໄກ. - ພາບ: baobackan.org.vn
      ຕາມທ່ານ ຫງວຽນແທັງລອງ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໜຶ່ງໃນບັນດາເປົ້າໝາຍຂອງແຜນຮ່າງກວດ, ປິ່ນປົວພະຍາດທາງໄກ ແມ່ນ ແພດໝໍຄົນໜຶ່ງຂອງໂຮງໝໍຂັ້ນສູນກາງ ສາມາດຝຶກອົບຮົບດ້ານວິຊາການໃຫ້ແພດໝໍຂອງໂຮງໝໍຂັ້ນແຂວງ 4 ຄົນ, ຂັ້ນເມືອງ 4 ຄົນ ແລະ ສຸກສາລາ 2 ຄົນ. ແຜນຮ່າງດັ່ງກ່າວ ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ໂຮງໝໍຂັ້ນຮາກຖານຢູ່ແຂວງ ທ໊າຍງວຽນ ເທົ່ານັ້ນ ຫາກຍັງແມ່ນຄວາມມຸ່ງມາດປາດຖະໜາຢາກຍົກສູງຄຸນນະພາບໃນການກວດ, ປິ່ນປົວພະຍາດອີກດ້ວຍ, ເຮັດໃຫ້ຄົນເຈັບ ມີຄວາມເພິ່ງພໍໃຈ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ຕື່ມອີກວ່າ:
            “ການຮ່ຳຮຽນຝຶກອົບຮົມໃຫ້ແພດໝໍແມ່ນວຽກງານເປັນປະຈຳ ແລະ ແມ່ນຄວາມຕ້ອງການຂອງແພດໝໍຢູ່ທຸກຂັ້ນທັງໝົດເຮັດແນວໃດ ເພື່ອໃຫ້ແພດໝໍໃນທົ່ວຂະແໜງໄດ້ຮັບການໜູນຊ່ວຍກ່ຽວກັບດ້ານວິຊາການ ເມື່ອມີຄວາມຈຳເປັນ ແລະ ໄດ້ຮັບການໜູນຊ່ວຍເປັນປະຈຳນີ້ແມ່ນທ່າແຮງຂອງພື້ນຖານແພດສາດທັນທະໄໝຕອບສະໜອງຈັນຍາບັນກູ້ເອົາຊີວິດຂອງຄົນເຈັບທັງໝົດແມ່ນເພື່ອຊີວິດສຸຂະພາບຂອງຄົນເຈັບ ແລະ ເຮັດໃຫ້ຄົນເຈັບມີຄວາມເພິ່ງພໍໃຈ.
            “ການກວດ, ປິ່ນປົວພະຍາດທາງໄກ” ຈະຊ່ວຍລົບລ້າງສິ່ງກີດຂວາງ, ຄວາມຫຍຸ້ງຍາກກ່ຽວກັບດ້ານພູມສາດ ແລະ ຈຳກັດສະພາບນຳສົ່ງຄົນເຈັບໄປຮອດຂັ້ນສູນກາງ. ແຜນການດັ່ງກ່າວ ບໍ່ພຽງແຕ່ຍົກສູງກຳລັງຄວາມສາມາດດ້ານວິຊາສະເພາະໃຫ້ແພດໝໍຂັ້ນເມືອງ, ຂັ້ນແຂວງ, ຫລຸດຜ່ອນສະພາບຄົນເຈັບລົ້ນໂຮງໝໍໃຫ້ແກ່ໂຮງໝໍຂັ້ນສູນກາງ ເທົ່ານັ້ນ, ຫາກຍັງຕອບສະໜອງໃຫ້ແກ່ວຽກງານກວດ, ປິ່ນປົວພະຍາດໃນສະພາບການ ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ ຮາກຖານສາທາລະນະສຸກ ແຫ່ງຕ່າງໆ ທັງປິ່ນປົວພະຍາດໃຫ້ ຄົນເຈັບຢູ່ຂັ້ນເມືອງ, ຂັ້ນແຂວງຢ່າງມີປະສິດທິຜົນອີກດ້ວຍ./.
 (ແຫຼ່ງຄັດຈາກ VOV)


top