ຂ່າວສານ

ປະທານໂຮ່ຈິມິນ - ນັກການທູດທີ່ດີເລີດ, ຜູ້ສ້າງພື້ນຖານໃຫ້ການທູດ ຫວຽດນາມ

ດ້ວຍສະຕິປັນຍາ ແລະ ຄຸນທາດພິເສດສະເພາະ, ປະທານ ໂຮ່ຈີມິນ ບໍ່ພຽງແຕ່ມີຊື່ສຽງແມ່ນຜູ້ນຳທີ່ດີເລີດ, ແມ່ນນັກແນວຄິດ, ນັກວັດທະນະທຳໃຫຍ່ເທົ່ານັ້ນ ຫາກຍັງມີຊື່ສຽງເປັນນັກການທູດທີ່ດີເລີດ ເປັນຜູ້ສ້າງພື້ນຖານໃຫ້ແກ່ພື້ນຖານການທູດ ຫວຽດນາມ.
  ທ່ານປະທານ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂະບວນການສັນຕິພາບຝະລັ່ງມາຢ້ຽມຢາມຫວຽດນາມ  

 ໃນບົດຂຽນພິເສດເນື່ອງໃນໂອກາດລະນຶກ 125 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ປີ 2015, ທ່ານຮອງນາຍົກລັດຖະມົນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ: “ປະທານ ໂຮ່ຈີມິນ ແມ່ນນັກການທູດທີ່ດີເລີດ. ເພີ່ນແມ່ນປະທານປະເທດ ທັງແມ່ນລັດຖະມົນຕີການຕ່າງປະເທດຄົນທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.  ແມ່ນຜູ້ໃຫ້ກຳເນີດພື້ນຖານການທູດ ຫວຽດນາມ ທັນສະໄໝ, ເພິ່ນຮຽບຮຽງແນວທາງການຕ່າງປະເທດໂດຍກົງ, ຊີ້ນຳນຳພາ ແລະ ປະຕິບັດບັນດາການເຄື່ອນໄຫວພົວພັນຕ່າງປະເທດໂດຍກົງນຳການທູດກາຍເປັນແນວຮົບ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນໄຊຊະນະ ຂອງພາລະກິດປົດປ່ອຍຊາດ ທ້ອນໂຮມປະເທດຊາດເປັນເອກະພາບ”. ຄວາມຈິງໃນປະຫວັດສາດ ໄດ້ສະແດງໃຫ້ເຫັນວ່າ ໃນທຸກສະພາບການນັບທັງເມື່ອປະເທດຊາດຕ້ອງປະເຊີນໜ້າ ກັບຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ, ປະທານ ໂຮ່ຈີມິນ ຍາມໃດກໍ່ປະຕິບັດທັດສະນະການຕ່າງປະເທດ ຢ່າງສະເໝີຕົ້ນສະເໝີປາຍ ນັ້ນແມ່ນ “ຕ້ອງມອງກວ້າງເຫັນໄກ ຕ້ອງຄົ້ນຄິດຢ່າງລະອຽດ” ເພື່ອຮູ້ເຂົາຮູ້ເຮົາ, ຍາມໃດກໍ່ເປັນເຈົ້າສະພາບການ. ທິດນຳການຕ່າງປະເທດແມ່ນ “ເພີ່ມເພື່ອນມິດ, ຫຼຸດຜ່ອນສັດຕູ”. ສິ່ງທີ່ພິເສດໃນສິລະປະການທູດ ໂຮ່ຈີມິນ ແມ່ນຮູ້ໝູນໃຊ້ “5 ສິ່ງທີ່ຕ້ອງຮູ້” ຢ່າງຄ່ອງແຄ້ວ (ໝາຍເຖິງ ຮູ້ເຂົາ ຮູ້ເຮົາ ຮູ້ສະພາບການ ຮູ້ຢຸດຕິ ແລະ ຮູ້ຫັນປ່ຽນ). ວິທີທາງການທູດຂອງ ປະທານ ໂຮ່ຈີມິນ ແມ່ນສະແດງອອກຜ່ານຄຸນສົມບັດ ແລະ ບຸກຄະລິກກະພາບວັດທະນະທຳຂອງເພິ່ນ,ນັ້ນແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງບັນດາຄຸນຄ່າວັດທະນະທຳພື້ນເມືອງ ແລະ ທັນສະໄໝຂອງຝ່າຍຕາເວັນຕົກ ແລະ ຝ່າຍຕາເວັນອອກ. ທ່ານນາຍົກລັດຖະມົນຕີຄົນທຳອິດຂອງອິນເດຍ ເນຣູ ເຄີຍເວົ້າວ່າ:“ພວກເຮົາໄດ້ພົບຄົນໜຶ່ງຄົນຜູ້ນັ້ນແມ່ນສ່ວນໜຶ່ງໃນປະຫວັດສາດຂອງອາຊີ. ນອກຈາກໄດ້ພົບຄົນໜຶ່ງທີ່ຍິ່ງໃຫຍ່, ພວກເຮົາບໍ່ພຽງແຕ່ໄດ້ເພີ່ມຄວາມຮູ້ຄວາມເຂົ້າໃຈເທົ່ານັ້ນ, ພວກເຮົາຍັງເຕີບໃຫຍ່ຂຶ້ນທາງດ້ານຂອບຂະໜາດອີກດ້ວຍ.ໄດ້ພົບກັບຄົນຜູ້ນັ້ນ ເຊິ່ງແມ່ນຜູ້ໄດ້ຜ່ານຜ່າຫຼາຍປະການ ອັນໄດ້ເຮັດໃຫ້ພວກເຮົາກາຍເປັນດີກວ່າ”. ສ່ວນນັກຄົ້ນຄວ້າທີ່ມີຊື່ສຽງຊາວ ອາເມລິກາ ທ່ານ ດາວິດ ຮານເບັດສະຕາມ ໃຫ້ຂໍ້ສັງເກດວ່າ: “ຫງວຽນອ໋າຍກວັກ ເອງໄດ້ສະແດງໃຫ້ເຫັນຄວາມລຽບງ່າຍ ແລະ ລະອຽດອ່ອນມາແຕ່ເກີດ ເພິ່ນແມ່ນຕົວແທນໃຫ້ແກ່ພື້ນຖານວັດທະນະທຳ ເຊິ່ງບໍ່ແມ່ນພື້ນຖານວັດທະນະທຳອີລົບ  ແຕ່ເບິ່ງຄືວ່າເປັນຕົວແທນໃຫ້ແກ່ພື້ນຖານວັດທະນະທຳໃນະນາຄົດ”. ສາດສະດາຈານ ຮ່ວາງຈີ໊ບ໋າວ ນັກຄົ້ນຄວ້າ ແຖວໜ້າກ່ຽວກັບປະທານ ໂຮ່ຈີມິນ ຢືນຢັນວ່າ:

ປະທານ ໂຮ່ຈີມິນ ຍາມໃດກໍ່ຮູ້ແຈ້ງວ່າ ໃຜແມ່ນເພື່ອນ ໃຜແມ່ນສັດຕູ, ຍາດແຍ່ງການຊ່ວຍເຫຼືອຈາກເພື່ອນມິດ ຢ່າງສຸດຂີດ ເພື່ອໃຫ້ສັດຕູຕົກຢູ່ໂດດດ່ຽວ, ເພື່ອຫັນກຳລັງໃຫ້ນັບມື້ນັບມີປະໂຫຍດໃຫ້ແກ່ປະຊາຊົນ, ການປະຕິວັດ. ການທູດ ໂຮ່ຈີມິນ ແມ່ນມີຫຼາຍຮູບຫຼາຍແບບຫຼາຍແງ່ມູມທີ່ແຕກຕ່າງກັນ. ບໍ່ວ່າຢູ່ໃສໃນສະພາບການໃດ ເປົ້າໝາຍໃດ, ປະທານ ໂຮ່ຈີມິນຍາມໃດກໍ່ມີຄວາມຈິງໃຈເປີດອົກເປີດໃຈ ແລະ ສັດຊື່ ດັ່ງນັ້ນສາມາດເກ້ຍກ່ອມເພື່ອນມິດໄດ້ຢ່າງສູງ ຈາກນັ້ນນຳຄວາມຊ່ວຍເຫຼືອອັນໃຫຍ່ຫຼວງ ມີຜົນປະໂຫຍດມາໃຫ້ພາລະກິດການຕໍ່ຕ້ານ.”

ສ່ວນທ່ານ ຫວູຄວານ ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ:

ຍິ່ງໄດ້ພົບກັບປະທານ ໂຮ່ຈີມິນ ຫຼາຍຄັ້ງກໍ່ຍິ່ງເຫັນວ່າ ເພິ່ນແມ່ນຜູ້ໃກ້ຊິດສະໜິດສະໜົມມີຄວາມເຫັນອົກເຫັນໃຈກັບອ້າຍນ້ອງພະນັກງານ. ລັກສະນະວັດທະນະທຳມະນຸດໃນປະທານ ໂຮ່ຈີມິນ ແມ່ນສູງທີ່ສຸດ ດັ່ງນັ້ນບັນດາຄວາມເປັນຫວ່ງ ຄວາມຢ້ານກົວໃນເບື້ອງຕົ້ນຄ່ອຍໆສູນຫຼາຍໄປ ແລະ ຖືທົດແທນດ້ວຍຄວງາມເຄົາລົບ ນິຍົມນັບຖື”.

ທີ່ກອງປະຊຸມການຕ່າງປະເທດທົ່ວປະເທດ ຖືກຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ:

ປະທານ ໂຮ່ຈີມິນ ແມ່ນຜູ້ສ້າງພື້ນຖານ, ຊີ້ນຳນຳພາການພັດທະນາຂອງພື້ນຖານການທູດປະຕິວັດ ຫວຽດນາມ. ບັນດາເນື້ອໃນພື້ນຖານຂອງແນວຄິດການທູດ ໂຮ່ຈີມິນ ກໍ່ລ້ວນແຕ່ເລີ່ມມາຈາກປັດຊະຍາ ແລະ ມູນເຊື້ອການທູດຂອງປູ່ຍ່າຕາຍາຍ ແລະ ປະທານ ໂຮ່ຈີມິນເອງ ໄດ້ຂະຫຍາຍຄຸນຄ່ານີ້ຂຶ້ນສູ່ລະດັບສູງໃໝ່; ສົມທົບລະຫວ່າງລັດທິຮັກຊາດ, ວັດທະນະທຳແຫ່ງຊາດ  ມູນເຊື້ອການທູດ ຫວຽດນາມ ກັບສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳ ແລະ ບົດຮຽນດ້ານການທູດຂອງໂລກຢ່າງຄ່ອງແຄ້ວ”. 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວັງວ່າ ຂະແໜງການທູດ ແລະ ບັນດາຜູ້ເຮັດວຽກງານການຕ່າງປະເທດ ສືບຕໍ່ຈົດຈຳ ແລະ ເສີມຂະຫຍາຍແນວຄິດແບບແຜນການດຳລົງຊີວິດ, ທັດສະນະຊີ້ນຳນຳພາຂອງ    ປະທານ ໂຮ່ຈີມິນ ກ່ຽວກັບດ້ານການທູດ ແລະ ວຽກງານການຕ່າງປະເທດ ເພື່ອໃຫ້ການທູດ ແລະ ວຽກງານການຕ່າງປະເທດ ສາມາດ “ສົມທົບລະຫວ່າງກຳລັງແຮງແຫ່ງຊາດ ກັບກຳລັງແຮງຂອງຍຸກສະໄໝ”, ປະຕິບັດທິດນຳ “ນຳໃຊ້ສິ່ງທີ່ບໍ່ປ່ຽນແປງ ເພື່ອຮັບມືກັບສິ່ງທີ່ປ່ຽນແປງ”, “ເດັດດ່ຽວ, ມານະອົດທົນ” ເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານການຕ່າງປະເທດ ຊຸກຍູ້ການຮ່ວມມື  ແລະ ພັດທະນາບົນພື້ນຖານປົກປ້ອງຜົນປະໂຫຍດແຫ່ງຊາດ ເຄົາລົບກົດໝາຍສາກົນ.


top