ຂ່າວສານ

ປະທານາທິບໍດີອາເມລິກາ ລໍຖ້າການພົບປະກັບປະທານປະເທດຈີນ

      ທ່ານປະທານາທິບໍດີ Donald Trump ຍັງສືບຕໍ່ສ້າງຄວາມກົດດັນຕໍ່ປັກກິ່ງ ເມື່ອກ່າວເຕືອນວ່າ ຈະຈັດວາງອັດຕາພາສີໃໝ່ແນໃສ່ສິນຄ້າຂອງຈີນ ພາຍຫຼັງເຫດການດັ່ງກ່າວ ຖ້າຫາກວ່າ ວົງການເຈົ້າໜ້າທີ່ຂອງ 2 ປະເທດບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.

ທ່ານປະທານາທິບໍດີ Donald Trump
(ພາບປະກອບ: AFP/TTXVN)
      ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ຢືນຢັນວ່າ, ທ່ານຍັງຄົງລໍຖ້າດຳເນີນການເຈລະຈາກັບທ່ານປະທານປະເທດຈີນ ສີຈີ້ນຜິງ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຄັ້ງຈະມາເຖິງຢູ່ຍີ່ປຸ່ນ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Donald Trump ຍັງສືບຕໍ່ສ້າງຄວາມກົດດັນຕໍ່ປັກກິ່ງ ເມື່ອກ່າວເຕືອນວ່າ ຈະຈັດວາງອັດຕາພາສີໃໝ່ແນໃສ່ສິນຄ້າຂອງຈີນ ພາຍຫຼັງເຫດການດັ່ງກ່າວ ຖ້າຫາກວ່າ ວົງການເຈົ້າໜ້າທີ່ຂອງ 2 ປະເທດບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.
        ບັນດາຄຳກ່າວປາໄສດັ່ງກ່າວຂອງທ່ານປະທານາທິບໍດີ Donald Trump ຖືກຍົກອອກມາ ພາຍຫຼັງໂຄສົກກະຊວງການຕ່າງປະເທດຈີນ ເກີງຊວາງ ຖະແຫຼງໃນວັນດຽວກັນວ່າ ປັກກິ່ງ ພ້ອມແລ້ວທີ່ຈະຈັດບັນດາການເຈລະຈາດ້ານການຄ້າກັບວໍຊິງຕັນ ຕື່ມອີກ, ແຕ່ບໍ່ເຕື້ອງເຖິງຄວາມອາດສາມາດຈະດຳເນີນການພົບປະລະຫວ່າງການນຳ 2 ປະເທດ ທີ່ກອງປະຊຸມສຸດຍອດ G20 ຢູ່ Osaka, ປະເທດຍີ່ປຸ່ນ ໃນເດືອນ ມິຖຸນາ ນີ້.
 (ແຫຼ່ງຄັດຈາກ VOV)


top