ຂ່າວສານ

ປະທານາທິບໍດີອາເມລິກາ ປະຕິເສດຄວາມອາດສາມາດໃນການເຈລະຈາດ້ານການຄ້າ ກັບຈີນຄືນໃໝ່

      ວັນທີ 11 ພຶດສະພາ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ບໍ່ສະໜັບສະໜູນເລື່ອງອາເມລິກາເປີດບັນດາການເຈລະຈາກັບຈີນຄືນໃໝ່ກ່ຽວກັບຂໍ້ຕົກລົງດ້ານການຄ້າໄລຍະທີ 1 ເຊິ່ງ 2 ປະເທດໄດ້ເຫັນດີເມື່ອຕົ້ນປີ 2020.

ທ່ານ ປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN) 
      ທີ່ການຖະແຫຼງຂ່າວກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານ Donald Trump ເນັ້ນໜັກວ່າ ຈີນຢາກເຊື່ອມຕໍ່ບັນດາການເຈລະຈາດ້ານການຄ້າຄືນໃໝ່ເພື່ອຫັນມັນໃຫ້ກາຍເປັນຂໍ້ຕົກລົງທີ່ດີກ່ວາໃຫ້ແກ່ຈີນ ເອງ.
        ແລະກໍ່ໃນວັນດຽວກັນ, ໜັງສືພິມ ຄວາມຈຽວ ຂອງ ຈີນໄດ້ຄັດສະເໜີບັນດາແຫຼ່ງຂ່າວທີ່ໃກ້ຊິດກັບລັດຖະບານຈີນ ໂດຍໃຫ້ຮູ້ວ່າ ບັນດາສຽງເວົ້າທີ່ແຂງກະດ້າງພວມປະກົດຂຶ້ນຢູ່ປັກກິ່ງເພື່ອແນໃສ່ຊອກຫາວິທີການຕີລາຄາຂໍ້ຕົກລົງທາງດ້ານການຄ້າໄລຍະທີ່ 1 ລະຫວ່າງ ອາເມລິກາ - ຈີນຄືນໃໝ່, ໃນນັ້ນ ທີ່ປຶກສາບາງທ່ານໄດ້ເລັ່ງໃຫ້ມີການຈັດຕັ້ງບັນດາການເຈລະຈາໃໝ່.
 (ແຫຼ່ງຄັດຈາກ VOV)
 


top