ຂ່າວສານ

ປະທານາທິບໍດີ ເວເນຊູເອລາ ແຕ່ງຕັ້ງຜູ້ບັນຊາກຳລັງຕຳຫລວດແຫ່ງຊາດຄົນໃໝ່

      ນີ້ແມ່ນການປ່ຽນແປງທີ 2 ໃນກຳລັງປະກອບອາວຸດຂອງ ເວເນຊູເອລາ ນັບແຕ່ພາຍຫລັງເຫດລັດຖະປະຫານປະລາໄຊໃນວັນທີ 30 ເມສາ.

ພາບປະກອບ /  AFP/TTXVN
            ວັນທີ 03 ພຶດສະພາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ແຕ່ງຕັ້ງທ່ານນາຍພົນ Elio Estrada ຮັກສາຕຳແໜ່ງຜູ້ບັນຊາກຳລັງຕຳຫລວດແຫ່ງຊາດ ໂບລີເວຍ (PNB) ແທນໃຫ້ທ່ານນາຍພົນ Carlos Perez Ampueda ພາຍຫລັງເກີດເຫດລັດຖະປະຫານປະລາໄຊ ໂດຍຫົວໜ້າຝ່າຍຄ້ານ Juan Guaido ປຸກລະດົມ ດ້ວຍການເຂົ້າຮ່ວມຂອງກຸ່ມໜ້ອຍມີບັນດານາຍທະຫານທໍລະຍົດໃນກຳລັງພິທັກຮັກສາແຫ່ງຊາດ.
        ນີ້ແມ່ນການປ່ຽນແປງທີ 2 ໃນກຳລັງປະກອບອາວຸດຂອງ ເວເນຊູເອລາ ນັບແຕ່ພາຍຫລັງເຫດລັດຖະປະຫານປະລາໄຊໃນວັນທີ 30 ເມສາ.
 (ແຫຼ່ງຄັດຈາກ VOV)

top