ຂ່າວສານ

ປະທານາທິບໍດີ ອາເມລິກາ, ລັດເຊຍ ເຈລະຈາທາງໂທລະສັບກ່ຽວກັບບັນດາບັນຫາເຄັ່ງຮ້ອນ

      ວັນທີ 03 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin 
            ກ່ຽວກັບບັນດາຂໍ້ຕົກລົງອາວຸດນິວເຄຼຍ, ການປະທະກັນຢູ່ ເວເນຊູເອລາ, ຢູແກຼນ, ບັນຫາ ສປປ.ເກົາຫຼີ ກໍ່ຄືບົດລາຍງານທີ່ຫາກໍ່ສຳເລັດຂອງເຈົ້າໜ້າທີ່ໄອຍະການພິເສດ Robert Mueller ກ່ຽວກັບຄຳກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານນາງ Sarah Sanders ເລຂາດ້ານສື່ມວນຊົນຂອງທຳນຽບຂາວໃຫ້ຮູ້ວ່າ: ການນຳ 2 ທ່ານໄດ້ມີການປຶກສາຫາລືຢ່າງສະດວກສະບາຍກ່ຽວກັບບັນດາຂໍ້ຕົກລົງນິວເຄຼຍ, ລວມມີທັງຂໍ້ຕົກລົງນິວເຄຼຍສະບັບໃໝ່ ກໍ່ຄືຂໍ້ຕົກລົງທີ່ໄດ້ຕໍ່ກຳນົດເວລາ, ດ້ວຍແງ່ຫວັງທີ່ມີການເຂົ້າຮ່ວມຂອງ ຈີນ.
        ໃນຂະນະນັ້ນ, ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Trump ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍວ່າ ເລື່ອງ ອາເມລິກາ ຮັກສາການພົວພັນກັບ ລັດເຊຍ, ຈີນ ແລະ ບັນດາປະເທດທັງໝົດ ແມ່ນມີຄວາມໝາຍຕັ້ງໜ້າ.
 (ແຫຼ່ງຄັດຈາກ VOV)


top