ຂ່າວສານ

ປະທານາທິບໍດີ ອາເມລິກາ ບໍ່ເຂົ້າຮ່ວມກອງຊຸມສຸດຍອດ APEC ຢູ່ ໄທ

ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ບາງກອກ ໃນເດືອນ ພະຈິກ ຈະມາເຖິງ.
  ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: The White House)  

ວັນທີ 25 ກັນຍາ, ເວັບໄຊ Thai PBS (ຂອງໄທ) ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ບາງກອກ ໃນເດືອນ ພະຈິກ ຈະມາເຖິງ. ຕາມນັ້ນແລ້ວ, ທຳນຽບຂາວໄດ້ແຈ້ງໃຫ້ສະຖານທູດ ໄທ ປະຈຳ ວໍຊິງຕັນ ດີຊີ ຊາບວ່າ, ທ່ານປະທານາທິບໍດີ Joe Biden ຈະຈັດສົ່ງທ່ານນາງຮອງປະທານາທິບໍດີ Kamala Harris ຕາມໜ້າທ່ານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນລະຫວ່າງວັນທີ 18-19 ພະຈິກ ຈະມາເຖິງ.

ກອງປະຊຸມສຸດຍອດ APEC ດຳເນີນຢູ່ສູນສາກົນ Queen Sirikit ທີ່ນະຄອນຫຼວງ ບາກກອກ. ຊະອຸດີ ອາຣະເບຍ ຈະເປັນປະເທດເຂດຕາເວັນອອກກາງທຳອິດເຂົ້າຮ່ວມກອງປະຊຸມສຸດຍອດ APEC ດ້ວຍຖານະເປັນແຂກຖືກເຊີນຂອງປະເທດເຈົ້າພາບ.


top