ຂ່າວສານ

ປະທານາທິບໍດີ ອາເມລິກາ ນາບຂູ່ຈະຈັດວາງອັດຕາພາສີເພີ່ມ 50% ສຳລັບສິນຄ້າຈີນ

ໃນສື່ສັງຄົມອອນລາຍ TruthSocial, ປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ຈີນ ໄດ້ໂຕ້ຕອບດ້ວຍການຈັດວາງອັດຕາພາສີເພີ່ມ 34% ສຳລັບສິນຄ້າຂອງອາເມລິກາ.

ປະທານາທິບໍດີ ອາເມລິກາ Donald Trump ເຕືອນວ່າ ຈະຈັດວາງອັດຕາພາສີເພີ່ມ 50% ສຳລັບສິນຄ້າ ຈີນ. (ພາບ:Getty Images)
ວັນທີ 7 ເມສາ, ປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ຈະເພີ່ມອັດຕາພາສີຕື່ມ 50%ສຳລັບສິນຄ້າຈີນ ຖ້າຫາກປະເທດນີ້ ສືບຕໍ່ຈັດວາງອັດຕາພາສີ 34% ສຳລັບສິນຄ້າຂອງອາເມລິກາ. ໃນສື່ສັງຄົມອອນລາຍ TruthSocial, ປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ຈີນ ໄດ້ໂຕ້ຕອບດ້ວຍການຈັດວາງອັດຕາພາສີເພີ່ມ 34% ສຳລັບສິນຄ້າຂອງອາເມລິກາ. ທ່ານ Donald Trump ເນັ້ນຫນັກຢ່າງແຮງວ່າ ຖ້າຈີນ ບໍ່ຖອນຄືນອັດຕາພາສີ 34% ນັບແຕ່ວັນທີ 8 ເມສາ, ອາເມລິກາຈະເພີ່ມອັດຕາພາສີຕື່ມ 50% ສຳລັບສິນຄ້າຂອງປະເທດນີ້ ນັບແຕ່ວັນທີ 9 ເມສາ. ນອກນັ້ນ ທຸກການແລກປ່ຽນກັບຈີນ ທີ່ກ່ຽວຂ້ອງເຖິງບັນດາຂໍ້ສະເຫນີພົບປະຂອງປະເທດນີ້ຈະຖືກຢຸດຕິ. ໃນຂະນະນັ້ນ ບັນດາການເຈລະຈາກັບປະເທດອື່ນ ຊື່ງມີການສະເຫນີຢາກແລກປ່ຽນກັບອາເມລິກາ ຈະໄດ້ຮັບການປະຕິບັດໃນທັນທີ.


top