ຂ່າວສານ

ປະທານາທິບໍດີ ອາເມລິກາ: ຊຸກຍູ້ການພົວພັນດ້ານການຄ້າ ຕ້ອງອີງໃສ່ຫຼັກການຍຸຕິທຳ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ

      ທ່ານປະທານາທິບໍດີ ອາເມລິກາ Donald Trump ມີບົດກ່າວປາໄສທີ່ກອງປະຊຸມ CEO APEC ຢູ່ດ່າໜັງ ໃນຕອນບ່າຍວັນທີ 10 ພະຈິກ, ພາຍຫລັງມາຮອດນະຄອນນີ້ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.

ທ່ານປະທານາທິບໍດີ ອາເມລິກາ Donald Trump
      ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມປິຕິຊົມຊື່ນ ເມື່ອເຂົ້າຮ່ວມເວທີປາໄສເຈລະຈາຂັ້ນສູງ APEC ຢູ່ນະຄອນ ດ່າໜັງ, ຫວຽດນາມ, ພ້ອມທັງຢືນຢັນວ່າ: ປະເທດ ອາເມລິກາ ແຕ່ດົນນານມາແລ້ວໃນປະຫວັດສາດໄດ້ມີການຜູກພັນຢ່າງສະໜິດແໜ້ນກັບບັນດາປະເທດໃນພາກພື້ນ. ທ່ານປະທານາທິບໍດີ ອາເມລິກາ ກ່າວວ່າ:
      “ມື້ນີ້ ພວກເຮົາມີໜ້າຢູ່ ດ່າໜັງ ເພື່ອຊຸກຍູ້ການພົວພັນ, ນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມື, ພ້ອມທັງເພື່ອສະເຫຼີມສະຫຼອງບັນດາຜົນງານເຊິ່ງ APEC ບັນລຸໄດ້. ດ່າໜັງ ພວມກາຍເປັນຈຸດນັດພົບທີ່ດູດດຶ່ມ, ບັນດາທັດສະນີຍະພາບທີ່ສວຍງາມຄື: ຂົວມັງກອນ, ບັນດາຫາດຊາຍທະເລສວຍງາມ ພວມຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກຫົນແຫ່ງໃນໂລກນັບລ້ານຄົນ”.
      ເມື່ອສະແດງຄວາມປະທັບໃຈກ່ຽວກັບການພັດທະນາຢ່າງວ່ອງໄວທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ, ທ່ານປະທານາທິບໍດີ ອາເມລິກາ Donald Trum ເນັ້ນໜັກວ່າ:
      “ປັດຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ພວມເປີດປະຕູ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ. ນັກສຶກສາ ຫວຽດນາມ ໄດ້ຈັດອັນດັບແມ່ນບັນດານັກສຶກສາມີຄວາມເກັ່ງກ້າທີ່ສຸດໃນໂລກ”.
      ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ຍົກອອກບັນດາຕົວຢ່າງທີ່ປະສົບຜົນສຳເລັດ ແລະ ພັດທະນາວັດທະນາຖາວອນຈາກບັນດາປະເທດຄື: ອິນໂດເນເຊຍ, ສິງກະໂປ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອິນເດຍ. ເມື່ອປະກາດນະໂຍບາຍໃໝ່ຂອງ ອາເມລິກາ ຢູ່ພາກພື້ນ, ທ່ານ Donald Trump ຢັ້ງຢືນວ່າ:
      “ໃນວິວັດການພັດທະນາເສດຖະກິດຂອງແຕ່ລະປະເທດ. ບັດດາປະເທດລ້ວນແຕ່ຊອກຫາບັນດາການພົວພັນຮ່ວມມືດ້ານການຄ້າ ໂດຍອີງໃສ່ຫຼັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ມື້ນື້ ຂ້າພະເຈົ້າມີໜ້າຢູ່ທີ່ນີ້ ເພື່ອສ້າງນະໂຍບາຍໃໝ່ຂອງ ອາເມລິກາ ໃນພາກພື້ນ ແມ່ນນະໂຍບາຍຊຸກຍູ້ການພົວພັນຄູ່ຮ່ວມມືກັບບັນດາກປະເທດໃນພາກພື້ນ ອິນເດຍ - ປາຊີຟິກ ແລະ ພ້ອມກັນຊຸກຍູ້ວັດທະນາຖາວອນຂອງພວກເຮົາ ຫຼື ຄວາມສະຫງົບປອດໄພຂອງພວກເຮົາ. ເປົ້າໝາຍຂອງພວກເຮົາ ແມ່ນຊຸກຍູ້ບັນດາການພົວພັນດ້ານການຄ້າຢ່າງແຮງ ໂດຍອີງໃສ່ຫຼັກການຍຸຕິທຳ ແລະ ມີຄວາມຮັບຜິດຊອບ”.
      ສຸດທ້າຍ, ທ່ານປະທານາທິບໍດີ ອາເມລິກາ ຢືນຢັນວ່າ: ອາເມລິກາ ເຄີຍເປັນເພື່ອນ, ເປັນຄູ່ຮ່ວມມື, ເປັນສຳພັນທະມິດ ແລະ ຈະສືບຕໍ່ເປັນຄູ່ຮ່ວມມື, ເປັນເພື່ອນມິດ, ເປັນສຳພັນທະມິດກັບບັນດາປະເທດໃນພາກພື້ນ APEC ໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

top