ຂ່າວສານ

ປະທານາທິບໍດີ ອາເມລິກາ ຊັ່ງຊາປ່ຽນແປງລະດັບອັດຕາພາສີຕໍ່ ຈີນ

      ວັນທີ 18 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ພວມຊັ່ງຊາປ່ຽນແປງລະດັບອັດຕາພາສີເພີ່ມເຕີມ 10% ຕໍ່ຈຳນວນສິນຄ້າທີ່ມີມູນຄ່າ 300 ຕື້ USD ຂອງ ຈີນ ຄາດວ່າຈະມີຜົນສັກສິດຕາມລຳດັບໃນວັນທີ 15 ກັນຍາ ແລະ ວັນທີ 15 ທັນວາ ຈະມາເຖິງ
            ພາຍຫລັງທ່ານ Donald Trump ມີການແລກປ່ຽນກັບທ່ານ Tim Cook CEO ຂອງ Apple ກ່ຽວກັບຜົນກະທົບຂອງມາດຕະການຈັດວາງອັດຕາພາສີຕໍ່ ຈີນ ກໍ່ຄືການແກ່ງແຍ້ງກັບກຸ່ມບໍລິສັດເອເລັກໂຕນິກ Samsung ຂອງ ສ.ເກົາຫຼີ.

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)
      ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ຽວກັບບັນດາຫົວຂໍ້ກ່ອນທີ່ຈະເດີນທາງກັບຄືນທຳນຽບຂາວຈາກ New Jersey, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ໃນການແລກປ່ຽນ, ທ່ານ  Tim Cook ໄດ້ກະຕຸກຊຸກຍູ້ທ່ານຊັ່ງຊາລະດັບອັດຕາພາສີນີ້ຄືນໃໝ່ ຍ້ອນວ່າ ຈະຍູ້ Apple, ເຊິ່ງມີຜະລິດຕະພັນຫລາຍຢ່າງໄດ້ຜະລິດຢູ່ ຈີນ ຕົກເຂົ້າສູ່ສະພາບການທີ່ບໍ່ສະດວກໃນການແກ່ງແຍ້ງກັບ Samsung. ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ການອ້າງເຫດຜົນຂອງ CEO  Apple ແມ່ນມີ “ລັກສະນະເກ້ຍກ່ອມ”.
 (ແຫຼ່ງຄັດຈາກ VOV)
 


top