ຂ່າວສານ

ປະທານາທິບໍດີ ສເກົາຫລີ ປະຕິຮູບຄະນະລັດຖະບານ, ປ່ຽນແທນ 4 ຕຳແຫນ່ງລັດຖະມົນຕີ

ວັນທີ 4 ທັນວາ ປະທານາທິບໍດີ ສເກົາຫລີ  ທ່ານ Moon Jae in ໄດ້ດຳເນີນການປະຕິຮູບຄະນະລັດຖະບານ,ປ່ຽນແທນ 4 ຕຳແຫນ່ງລັດຖະມົນຕີ


ທ່ານ Moon Jae in  ປະທານາທິບໍດີ ສເກົາຫລີ  

ພາບ:vietnam+


ທ່ານ Moon Jae in ແຕ່ງຕັ້ງ ສະມາຊິກສະພາຕ່ຳ ທ່ານ Jeon Hae cheol ດຳລົງຕຳແຫນ່ງລັດຖະມົນຕີກະຊວງ ບໍລິຫານ ແລະຄວາມປອດໄພ. ທ່ານ Kwon Deok cheol ຫົວຫນ້າສະຖາບັນພັດທະນາເຕັກໂນໂລຊີການແພດ ສ ເກົາຫລີ ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງສາທາລະນະສຸກ. ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ທີ່ດິນ ແລະ ເຄຫາສະຖານ ສເກົາຫລີ ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງທີ່ດິນ ແລະຄົມມະນາຄົມ. ທ່ານນາງ Chung Young ai  ຫົວຫນ້າສະພາບໍລິຫານກອງທຶນເພື່ອແມ່ຍິງສເກົາຫລີດຳລົງຕຳແຫນ່ງ ລັດຖະມົນຕີກະຊວງແມ່ຍິງແລະຄອບຄົວ.
(ແຫຼ່ງຄັດຈາກ VOV)

top