ວັນທີ 7 ກໍລະກົດ ຢູ່ Hamburg ປະເທດ ເຢຍລະມັນ, ທີ່ການເຈລະຈາລະຫວ່າງ ປະທານາທິບໍດີ ລັດເຊຍ ແລະ ປະທານາທິບໍດີ ອາເມລິກາ, ທ່ານ Donal Trump ປະທານາທິບໍດີ ອາເມລິກາ ໄດ້ຖະແຫລງວ່າ ປະຊາຊົນ ອາເມລິກາ ມີຄວາມວິຕົກກັງວົນຕໍ່ເລື່ອງ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016.
ທ່ານປະທານາທິບໍດີ ລັດເຊຍ V. Putin ແລະ ທ່ານ Donal Trump ປະທານາທິບໍດີ ອາເມລິກາ
ພາບ:Vietnamplus
ແຕ່ວ່າ ທ່ານປະທານາທິບໍດີ ລັດເຊຍ V. Putin ໄດ້ປະຕິເສດການແຊກແຊງຂອງລັດເຊຍ. ທີ່ການເຈລະຈາ, ປະທານາທິບໍດີ ທັງສອງທ່ານ ກໍ່ໄດ້ສະແດງໃຫ້ເຫັນທັດສະນະແຕກຕ່າງກ່ຽວກັບວິທີການຮັບມືກັບໂຄງການອາວຸດຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນ ເກົາຫລີ ແຕ່ ວໍຊີງຕັນ ຢືນຢັນ: ຈະສືບຕໍ່ເລັ່ງລັດ ມົດສະກູ ມານະພະຍາຍາມກວ່າອີກເພື່ອຈຳກັດບັນດາການເຄື່ອນໄຫວຂອງພຽງຢາງ.
(ແຫຼ່ງຄັດຈາກ VOV)