ຂ່າວສານ

ປະທານາທິບໍດີ ຕວກກີ ຂອບໃຈການໜູນຊ່ວຍຢ່າງທັນການຂອງ ຫວຽດນາມ

ການໜູນຊ່ວຍດັ່ງກ່າວແມ່ນເພື່ອຊ່ວຍໃຫ້ ຕວກກີ ສ້າງປະເທດຄືນໃໝ່ ແລະ ກັບເຂົ້າສູ່ສະພາບເປັນປົກກະຕິ.
  ທ່ານປະທານາທິບໍດີ Tayyip Erdogan ພົບປະກັບບັນດາຄະນະກູ້ໄພກູ້ຊີບ ຫວຽດນາມ  

ວັນທີ 20 ກຸມພາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ໄປຢ້ຽມຢາມ 2 ແຂວງ Hatay ແລະ Kahramanmaras ເພື່ອຕີລາຄາຄວາມເສຍຫາຍ ກໍ່ຄືຄວາມມານະພະຍາຍາມກູ້ໄພກູ້ຊີບໄພພິບັດແຜ່ນດິນໄຫວຄັ້ງນີ້.

ເມື່ອກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ທ່ານປະທານາທິບໍດີ Tayyip Erdogan ໄດ້ພົບປະກັບບັນດາຄະນະກູ້ໄພກູ້ຊີບສາກົນ, ໃນນັ້ນ, ມີຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ. ພົບປະກັບພົນຈັດຕະວາ ຟ້າມວັນຕີ້, ຫົວໜ້າຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຢືນຢັນວ່າ ການໜູນຊ່ວຍດັ່ງກ່າວແມ່ນເພື່ອຊ່ວຍໃຫ້ ຕວກກີ ສ້າງປະເທດຄືນໃໝ່ ແລະ ກັບເຂົ້າສູ່ສະພາບເປັນປົກກະຕິ, ພ້ອມທັງເຊື່ອໝັ້ນວ່າ ການພົວພັນລະຫວ່າງ 2 ປະເທດຈະນັບມື້ນັບພັດທະນາ.

ປະຈຸບັນ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ຍັງສືບຕໍ່ໜູນຊ່ວຍປະຊາຊົນຢູ່ແຂວງ Hatay ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ.

ໄລ່ຮອດວັນທີ 19 ກຸມພາ, ມີຜູ້ເສຍຊີວິດກວ່າ 46.000 ຄົນໃນເຫດແຜ່ນດິນໄຫວທີ່ທີ່ເກີດຂຶ້ນໃນວັນທີ 06 ກຸມພາ ຢູ່ ຕວກກີ ແລະ ຊີຣີ. ຫຼາຍຄົນຍັງຫາຍສາບສູນຢູ່ໃຕ້ ຊາກຫັກພັງ.

 


top