ຂ່າວສານ

ປະທານາທິບໍດີ Sierra Leone ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມຢ່າງ​ຈົບ​ງາມ

ໃນຂອບເຂດການຢ້ຽມຢາມ, ວັນທີ 15 ມີນາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Julius Maada Bio ໄດ້ເຂົ້າຮ່ວມການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນຂົງເຂດການຕ່າງປະເທດ, ກະສິກຳ ແລະ ການປະມົງ.

ໃນຂອບເຂດການຢ້ຽມຢາມ, ວັນທີ 15 ມີນາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Julius Maada Bio ໄດ້ເຂົ້າຮ່ວມການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນຂົງເຂດການຕ່າງປະເທດ, ກະສິກຳ ແລະ ການປະມົງ.

    

ທ່ານປະທານາທິບໍດີ ສາທາລະນະລັດ Sierra Leone Julius Maada Bio ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ (ພາບ: TTXVN)

ຕອນເຊົ້າວັນທີ 20 ມີນາ, ທ່ານປະທານາທິບໍດີ ສາທາລະນະລັດ Sierra Leone Julius Maada Bio, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສາທາລະນະລັດ Sierra Leone ໄດ້ອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14 ຫາວັນທີ 20 ມີນາ. ຕາມຄໍາເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະພັນລະຍາ.

ໃນຂອບເຂດການຢ້ຽມຢາມ, ວັນທີ 15 ມີນາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Julius Maada Bio ໄດ້ເຂົ້າຮ່ວມການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນຂົງເຂດການຕ່າງປະເທດ, ກະສິກຳ ແລະ ການປະມົງ, ສ້າງພື້ນຖານໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ Sierra Leone. ຕໍ່ຈາກນັ້ນ, ທ່ານປະທານາທິບໍດີ Julius Maada Bio ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ທີ່ການພົບປະຂັ້ນສູງ,ສອງຝ່າຍໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມເຊິ່ງໄດ້ດຳເນີນໃນຕົ້ນປີ 2022, ໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1982-2022). ການນຳສອງປະເທດໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນລະຫວ່າງຫວຽດນາມ - Sierra Leone ໃນຫລາຍຂົງເຂດ. ການຮ່ວມມືດ້ານການເມືອງ ແລະ ການທູດນັບມື້ນັບສະໜິດແໜ້ນ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນປະມຸກລັດຄັ້ງທຳອິດລະຫວ່າງສອງປະເທດໃນຄັ້ງນີ້. ໃນລະດັບຫຼາຍຝ່າຍ, ສອງປະເທດໄດ້ສົມທົບກັນຢ່າງເປັນປະຈຳ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການສະໝັກຮັບເລືອກຕັ້ງຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງຫຼາຍຝ່າຍ, ພິເສດແມ່ນ ສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)


top