ຂ່າວສານ

ປະທານສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກຢູ່ແຂວງຈ່າວິງ


ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ
​ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຈ່າ​ວິ​ງ
(ພາບ: daidoanket)

      ຕອນ​ບ່າຍ​ວັນ​ທີ 22/1, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຈ່າ​ວິ​ງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ, ຈ່າ​ວິ​ງ ຄວນ​ຍູ້​ໄວ​ການ​ພັດທະນາ​ເສດຖະກິດ​ລວມໝູ່, ສ້າງ​ຕັ້ງ​ສະຫະກອນ​ແບບ​ໃໝ່​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ສະມາຊິກ​ສະຫະກອນ. ​ເມື່ອ​ເຂົ້າ​ຮ່ວມ​ສະຫະກອນ, ສະມາຊິກ​ສະຫະກອນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຄົ້ນ​ຄ້ວາຕະ​ຫຼາດ, ຈາກ​ນັ້ນ​ວາງ​ແຜນກຳນົດ​ການ​ຜະລິດ ​ແລະ ວາງ​ແຜນການ​ຜະລິດ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ພ້ອມ​ທັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ສະໜອງ​ວັດຖຸ​ອຸປະກອນ​ “ສົ້ນ​ເຂົ້າ“ ທີ່​ມີ​ຄຸນ​ນະພາ​ບ, ລາຄາ​ຖືກ, ສ້າງ​ຄວາມ​ສະດວກ​ໃນ​ການ​ສຳຜັດ​ແຫຼ່ງທຶນ​ກູ້​ຢືມ, ວິທະຍາສາດ ​ເຕັກນິກ, ຕະຫຼາດ “ສົ້ນ​ອອກ“ ​ໃຫ້​ຜະລິດ​ຕະພັນ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ…
        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ລົງ​ມອບຂອງຂວັນບຸນ​ເຕັດ​​ໃຫ້​ 200 ຄອບຄົວ ທີ່​ທຸກ​ຍາກ​ຢູ່​ເມືອງ ຕຽວ​ເກິ່ນ ​ແລະ ນະຄອນ ຈ່າ​ວິ​ງ, ​ແຂວງ ຈ່າ​ວິ​ງ; ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຄອບຄົວ​ແມ່​ຫວຽດນາມ​ວິລະ​ຊົນ ຮວີ່ນທິມາຍ ຢູ່​ຕາ​ແສງ ຫງາຍ​ຮຸ່ງ, ​ເມືອງ​ຕຽວ​ເກິ່ນ, ​ແລະ ສູນ​ອຸປະ​ກະ​ລະ​ສັງຄົມ​ແຂວງ ຈ່າ​ວິ​ງ ​ແລະ ຄະນະ​ບໍລິຫານ​ງານ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ແຂວງ ຈ່າ​ວິ​ງ.
(ແຫຼ່ງຄັດຈາກ VOV)

top