ຂ່າວສານ

ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່ານາມ

      ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນຄັ້ງນີ້ ຈະປະກອບສ່ວນຊຸກຍູ້, ຮັດແໜ້ນສາຍພົວພັນມິດຕະພາບ, ເປັນມູນເຊື້ອລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດກວ່າອີກ


(ທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່ານາມ)
      ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍ ໂດຍທ່ານປະທານສະພາແຫ່ງຊາດ Sadech Heng Samrin ນຳໜ້າ ແລະ ພັນລະຍາ, ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານໂຮ່ຈິມິນ.
        ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມ. ທີ່ການເຮັດວຽກກັບທ່ານ ຫງວຽນດິ່ງຄາງ, ເລຂາຄະນະພັກແຂວງຮ່ານາມ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Sadech Heng Samrin ຫວັງວ່າ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນຄັ້ງນີ້ ຈະປະກອບສ່ວນຊຸກຍູ້, ຮັດແໜ້ນສາຍພົວພັນມິດຕະພາບ, ເປັນມູນເຊື້ອລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດກວ່າອີກ; ທ່ານກໍ່ເຊື່ອໝັ້ນວ່າ  ພາຍໃຕ້ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ຫວຽດນາມ ເວົ້າລວມ ແລະ ແຂວງຮ່ານາມ ເວົ້າສະເພາະ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
 (ແຫຼ່ງຄັດຈາກ VOV)


top