ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ຈຸດພິກັດແຫ່ງຊາດ GPS 0001, ກາເມົາ

      ຕອນເຊົ້າວັນທີ 02 ພຶດສະພາ, ຢູ່ຈຸດພິກັດແຫ່ງຊາດ GPS 0001 - ຫຼັກ 0, ບ້ານມູຍ, ຕາແສງ ເດີດມູຍ, ເມືອງ ງອັກຫຽນ, ແຂວງ ກາເມົາ ຕອນໃຕ້ສຸດທາງບົກຂອງປະເທດຊາດ,

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ຈຸດພິກັດແຫ່ງຊາດ GPS 0001, ກາເມົາ 
      ກົມໃຫຍ່ສິ່ງແວດລ້ອມສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ (Vinamilk) ຈັດຕັ້ງພິທີປູກຕົ້ນໄມ້ທີ່ນອນໃນຂອບເຂດໂຄງການກອງທຶນຕົ້ນໄມ້ຂຽວ 1 ລ້ານຕົ້ນໃຫ້ ຫວຽດນາມ.
        ພາຍຫລັງເຂົ້າຮ່ວມເຫດການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມກັບກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ໄດ້ມອບນ້ຳນົມໃຫ້ແຂວງ ກາເມົາ ຕົກເປັນມູນຄ່າ 450 ລ້ານດົ່ງ ໃຫ້ນັກຮຽນກ່ວາ 700 ຄົນຂອງແຂວງ; ມອບທຶນສຶກສາ 100 ທຶນໃຫ້ເດັກ 100 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງ ກາເມົາ .
        ດ້ວຍຈິດໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ກອງທຶນຕົ້ນໄມ້ຂຽວ 1 ລ້ານຕົ້ນໃຫ້ ຫວຽດນາມ ໄດ້ຜັນຂະຫຍາຍຢູ່ ກາເມົາ ດ້ວຍຈຸດປະສົງສ້າງສິ່ງແວດລ້ອມ, ທິວທັດທຳມະຊາດ, ປະກອບສ່ວນຕ້ານຝັ່ງທະເລຖືກເຊາະເຈື່ອນ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ສູນກາງຜະລິດກະສິກຳໃຫຍ່ກ່ວາໝູ່ໃນທົ່ວປະເທດ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງງານກຳຈັດອາຍ ກາເມົາ
      ແລະກໍ່ໃນຕອນບ່າຍວັນທີ 02 ພຶດສະພາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງງານກຳຈັດອາຍ ກາເມົາ. ກ່າວຄຳເຫັນຊີ້ນຳ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ບໍ່ພຽງແຕ່ຂະແໜງເສດຖະກິດ - ເຕັກນິກສຳຄັນຂອງປະເທດເທົ່ານັ້ນ, ອາຍແກັສ ຍັງຄົງແມ່ນຫົວໜ່ວຍມອບພັນທະເຂົ້າງົບປະມານຢ່າງຫລວງຫລາຍ, ແມ່ນຂະແໜງສຳຄັນໃນການຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນທຳມະຊາດຂອງປະເທດຊາດ. ໜ້າທີ່ດ້ານການເມືອງຂອງຂະແໜງນ້ຳມັນອາຍແກັດ ຕິດພັນກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ພັກ, ລັດ ໃຫ້ບຸລິມະສິດລົງທຶນ ແລະ ມີບັນດາກົນໄກ, ນະໂຍບາຍໜູນຊ່ວຍໃຫ້ຂະແໜງນ້ຳມັນອາຍແກັສພັດທະນາ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການລົງທຶນ ເພື່ອພັດທະນາອຸດສາຫະກຳອາຍແກັສ. ດັ່ງນັ້ນ ອາຍແກັສ ຫວຽດນາມ ໄດ້ກາຍເປັນຂະແໜງອຸດສາຫະກຳໜຸ່ມເທື່ອລະກ້າວ ມີຜົນງານດີເດັ່ນເປັນໜ້າເອກອ້າງທະນົງໃຈ, ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 


top