ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມພິທີຕອບສະໜອງວັນບຸນປູກຕົ້ນໄມ້ຢູ່ແຂວງ ຮ່ວາບີງ

ຕອນເຊົ້າວັນທີ 13 ກຸມພາ, ຢູ່ບ້ານ ແກ໊ມ, ຕາແສງ ເລີມເຊີນ, ເມືອງ ເລືອງເຊີນ, ແຂວງ ຮ່ວາບີງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີຕອບສະໜອງວັນບຸນປູກຕົ້ນໄມ້ “ຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫລອດການ”.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີຕອບສະໜອງວັນບຸນປູກຕົ້ນໄມ້ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ການເຕີບໂຕຂຽວ, ພັດທະນາແບບຍືນຍົງໄດ້ກາຍເປັນຄວາມສົນໃຈແຖວໜ້າຂອງບັນດາປະເທດໃນໂລກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:

        ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ຄວນຍູ້ແຮງການໂຄສະນາ, ສຶກສາໃຫ້ມະຫາຊົນຢ່າງເລິກເຊິ່ງກ້ວາງຂວາງ ກ່ຽວກັບຄວາມໝາຍ, ຈຸດປະສົງຂອງວັນບຸນປູກຕົ້ນໄມ້, ກ່ຽວກັບບົດບາດ, ຄຸນປະໂຫຍດ ແລະ ຜົນປະໂຫຍດອັນໃຫຍ່ຫລວງ, ຍາວນານ, ຄຸນຄ່າວັດທະນະທຳມະນຸດ ໃນການປູກຕົ້ນໄມ້; ຊີ້ນຳ, ແນະນຳ ແລະ ຂົນຂວາຍປະຊາຊົນທຸກຊັ້ນວັນນະ, ບັນດາອົງການຈັດຕັ້ງມະຫາຊົນຕັ້ງໜ້າເຂົ້າຮ່ວມເພື່ອໃຫ້ “ວັນບຸນປູກຕົ້ນໄມ້ ຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫລອດການ” ກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)


top