ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສານປະຊາຊົນສູງສຸດລາວ

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບປະທານສານປະຊາຊົນສູງສຸດສປປ.ລາວ ຄຳພາ ແສງດາຣາ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

(ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສານປະຊາຊົນສູງສຸດລາວ)
 

ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ສະເໜີໃຫ້ປະທານສານປະຊາຊົນສູງສຸດ ແລະ ຂະແໜງສານ 2 ປະເທດຈົ່ງເພີ່ມທະວີການສົມທົບ, ແບ່ງປັນບົດຮຽນໃນວຽກງານຍົກສູງປະສິດທິຜົນການຮ່ວມມື, ຍູ້ແຮງວຽກງານບຳລຸງສ້າງພະນັກງານ ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ. ເລື່ອງຊຸກຍູ້ການພົວພັນລະຫວ່າງ 2 ຂະແໜງສານ ຈະນຳມາເຊິ່ງຜົນປະໂຫຍດລະອຽດແທດຈິງໃຫ້ຂະແໜງສານ 2 ປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາລວມຂອງແຕ່ລະປະເທດ, ກໍຄືຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)

top