ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດ Timor Leste ແລະ ປະທານສະພາຕ່ຳຟິລິບປີນ

      ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຫໍປະຊຸມເອກະພາບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນ Timor Leste ທ່ານ Aderito Hugo Da Costa. 

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
ຕ້ອນຮັບປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນ Timor Leste)
      ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດ Timor Leste ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະຂອງກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ພາກພື້ນອາຊີ - ປາຊີຟິກ; ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມ. ທ່ານນາງ ຫວຽນທິກິມເງິນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ Timor Leste, ນັບທັງໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ.
        ທ່ານປະທານສະພາແຫ່ງຊາດ Aderito Hugo Da Costa ຫວັງວ່າ, 2 ຝ່າຍຈະເພີ່ມທະວີການຮ່ວມມືໃນການຜະລິດ, ປຸງແຕ່ງ ແລະ ສົ່ງອອກກາເຟ; ຮ່ວມມືໃນຂົງເຂດຂຸດຄົ້ນນ້ຳມັນອາຍແກັສ ແລະ ປາດຖະໜາຢາກທາບທາມບົດຮຽນຂອງຫວຽດນາມ ໃນຂົງເຂດອາຊີບການປະມົງ ແລະ ພັດທະນາກະສິກຳ.
        ແລະກໍ່ໃນຕອນບ່າຍວັນທີ 11 ພຶດສະພາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບປະທານສະພາຕ່ຳ, ຫົວໜ້າຄະນະຜູ້ແທນຟິລິບປີນ Pantaleon D.Alvarez. ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍຕ້ອງເພີ່ມທະວີບັນດາການຮ່ວມມື 2 ຝ່າຍ, ແລກປ່ຽນຄະນະຜູ້ແທນທຸກຂັ້ນກວ່າ.
        ສ່ວນທ່ານປະທານສະພາຕ່ຳ Pantaleon D.Alvarez ໄດ້ຢືນຢັນການສະໜັບສະໜູນຂອງ ຟິລິບປີນ ເຂົ້າໃນຫົວຂໍ້ຂອງກອງປະຊຸມຫົວເລື່ອງສະເພາະ IPU ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
(ແຫຼ່ງຄັດຈາກ VOV)

top