ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໃຫ້ການຕ້ອນຮັບຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ

ຕອນບ່າຍວັນທີ 22/3, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວໄດ້ໃຫ້ການຕ້ອນຮັບທ່ານນາງ Manuela Ferro, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 17 ຫາ 24 ມີນາ.

ຕອນບ່າຍວັນທີ 22/3, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວໄດ້ໃຫ້ການຕ້ອນຮັບທ່ານນາງ Manuela Ferro, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 17 ຫາ 24 ມີນາ. 

  

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານນາງ Manuela Ferro, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ 

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ປາດຖະໜາວ່າ WB ຈະໜູນຊ່ວຍຫວຽດນາມ ສືບຕໍ່ສ້າງໂຄງປະກອບການເງິນສາທາລະນະ ແລະ ໜີ້ສາທາລະນະຄືນໃໝ່ຢ່າງໝັ້ນຄົງກວ່າ, ລະດົມແຫຼ່ງທຶນດ້ວຍຄ່າດອກເບ້ຍຕ່ຳ ແລະ ສະດວກເພື່ອພັດທະນາເສດຖະກິດ.

  ໃນໄລຍະຈະມາເຖິງ, ຫວຽດນາມ ປາດຖະໜາວ່າ WB ແລະ ບັນດາຄູ່ຮ່ວມມືພັດທະນາອື່ນໆ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍສ້າງລະບົບກົດໝາຍ, ພິເສດແມ່ນການສ້າງລະບອບລະບຽບການ ພັດທະນາເສດຖະກິດທີ່ເໝາະສົມ ກັບສະພາບການເຕັກໂນໂລຢີ 4.0 ແລະ ການຫັນເປັນດີຈີຕອນ. ທີ່ພວມດຳເນີນຢ່າງແຂງແຮງໃນໂລກ. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ສະເໜີ WB ໃຫ້ຄຳປຶກສາດ້ານວິຊາການ, ນະໂຍບາຍພັດທະນາແບບຍືນຍົງ, ການເຕີບໂຕ ສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດບັນດາຄຳໝັ້ນສັນຍາ COP26; ພ້ອມກັນນັ້ນ, ສະໜັບສະໜູນສະພາແຫ່ງຊາດຫວຽດນາມ ປະຕິບັດເວທີປາໄສເສດຖະກິດປະຈຳປີ ດ້ວຍວິທີ ສະໜອງລະບົບຜູ້ຊ່ຽວຊານ, ເພື່ອນຮ່ວມງານ ແລະ ໜູນຊ່ວຍດ້ານການເງິນ.

ສ່ວນທ່ານນາງຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນອາຊີຕາເວັນອອກ - ປາຊີຟິກ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງທະນາຄານໂລກ ແລະ ຢືນຢັນວ່າ WB ສະໜັບສະໜູນບົດບາດຕິດຕາມກວດກາ ຂອງສະພາແຫ່ງຊາດຫວຽດນາມ, ພິເສດແມ່ນການຕິດຕາມກວດກາການເງິນສາທາລະນະ.

(ແຫຼ່ງຄັດຈາກ VOV)


top