ຕອນເຊົ້າວັນທີ 16 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການເຮັດວຽກກັບການນຳແຂວງບິ່ງທ້ວນ ເພື່ອແນໃສ່ປະຕິບັດພາລະບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ຢູ່ທ້ອງຖິ່ນ.
	
	ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກຢູ່ແຂວງບິ່ງທ້ວນ
	(ພາບ: qdnd.vn)
	ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຄະນະປະຕິບັດງານ ໄດ້ຕິດຕາມກວດກາໝາກຜົນແຫ່ງການປະຕິບັດບັນດາເປົ້າໝາຍພັດທະນາຂອງແຂວງຢ່າງແໜ້ນແຟ້ນ, ຕິດຕາມກວດກາບັນດາໄພກໍ່ມົນລະພິດຕໍ່ສິ່ງແວດລ້ອມຢູ່ບັນດາເຂດຂຸດຄົ້ນແຮ່ທາດ, ຕິດຕາມກວດກາການຮັບປະກັນຊີວິດສັງຄົມ, ວຽກງານປົກປັກຮັກສາເຂດຊາຍແດນ…
	 
	        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 15 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ ບາງຄົນໃນບໍລິເວນແຂວງ.
	(ແຫຼ່ງຄັດຈາກ VOV)