ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນອວຍພອນປີໃໝ່ຢູ່ຫ້ອງວ່າການສະພາແຫ່ງຊາດ


ປະທານສະພາແຫ່ງຊາດຫງວຽນທິກິມເງິນອວຍພອນປີໃໝ່ຢູ່ຫ້ອງວ່າການສະພາແຫ່ງຊາດ
 
      ​​​​ເນື່ອງ​ໃນ​ໂອ​ກາດ​ບ​ຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017, ຕອນ​ເຊົ້າ​ວັນ​ທີ 25/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ອວຍ​ພອນ​ປີ​ໃໝ່​ການ​ນຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​​ນະ​​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ກຳ​ມ​າ​ທິ​​ການ ແລະ ພະ​ນັກ​ງານ, ລັດ​ຖະ​ກອນ,​ກອ​ກຳ​ມະ​ກອນ​ສັງ​ກັດ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ວ​ສູງ​ບັນ​ດາ​ໝູ່​ຄະ​ນະ​, ສ່ວນ​ບຸກ​ຄົນ​ຢູ່​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​​ວຽກ​ງານຫຼ​າຍ​ຢ່າງຂອງ​ປີ 2016, ເຊິ່ງ​ແມ່ນ​ປີ​ທຳ​ອິດ​ຂອງ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ ໄດ້​ເນັ້ນ​ໜັກ​ວ່າ:
        “ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ວ່າ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ແມ່ນ​ກຸ່ມ​ກ້ອນ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ເຈດ​ຈຳ​ນົງ ແລະ ກາ​ນ​ເຄື່ອນ​ໄຫວ. ພວກ​ຂ້າ​ພະ​ເຈົ້າ​ຈະ​ແມ່ນ​ໝູ່​ຄະ​ນະ​ຍາມ​ໃດ​ກໍ່​ຜູ​ກ​ພັນນຳ​ກັນ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ​ເພາະ​ສ​ະນັ້ນ, ຈົ່ງ​ເຊື່ອ​ໝັ້ນ​​ຕໍ່ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ການ​ນຳ​ສະ​ພາ​ແຫ່ງ​ຊາດ ມ​ີ​ຄວາມ​ສາ​ມັກ​ຄີ​ກ້າວ​ເຂົ້າ​ສູ່​ປີ 2017 ​ຈະປະ​ສົບ​ຜົນ​ສຳ​ເລັດ​ຄື​ປີ 2016 ແລະ ຊຸມ​ປີ​​ກ່ອນນັ້ນ.”
(ແຫຼ່ງຄັດຈາກ VOV)

top