ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການເຂົ້າຮ່ວມ IPU–138 ແລະຢ້ຽມຢາມໂຮນ​ລັງ​ຢ່າງ​ຈົບ​ງາມ

ໂດຍແມ່ນກຳມະການຄະນະບໍລິຫານງານຂອງ ສະຫະພັນລັດຖະສະພາສາກົນ, ຫວຽດນາມໄດ້ມີບົດບາດສຳຄັນໃນສອງກອງປະຊຸມລະດັບພາກພື້ນນີ້.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
ແລະ ທ່ານນາງ Khadija Aribປະທານສະພາຕ່ຳໂຮນລັງ (ພາບ: VOV)

ຕອນເຊົ້າວັນທີ 30 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 138 (IPU – 138) ທີ່ ເຊີແນວ, ປະເທດສະວິດ ແລະ ຢ້ຽມຢາມລາຊະອານາຈັກໂຮນລັງຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ທ່ານຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫງວຽນວັນເຢົາ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການໄປປະຕິບັດງານຄັ້ງນີ້.

        ທ່ານຫງວຽນວັນເຢົາ ໃຫ້ຮູ້ວ່າ ໂດຍແມ່ນກຳມະການຄະນະບໍລິຫານງານຂອງ ສະຫະພັນລັດຖະສະພາສາກົນ, ຫວຽດນາມໄດ້ມີບົດບາດສຳຄັນໃນສອງກອງປະຊຸມລະດັບພາກພື້ນນີ້. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມຄັ້ງນີ້ກໍໄດ້ເຂົ້າຮ່ວມບັນດາກອງປະຊຸມອື່ນໆ ຢ່າງຄົບຖ້ວນ ເປັນຕົ້ນແມ່ນ ກອງປະຊຸມສະຫະສະມາຄົມເລຂາທິການໃຫຍ່…

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບໝາກຜົນຂອງການຢ້ຽມຢາມລາຊະອານາຈັກໂຮນລັງຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ, ທ່ານ ຫງວຽນວັນເຢົາໃຫ້ຮູ້ວ່າ: ການປະຕິບັດງານຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ຜ່ານການຢ້ຽມຢາມລາຊະອານາຈັກໂຮນລັງຢ່າງເປັນທາງການຄັ້ງນີ້, ຫວຽດນາມໄດ້ເຮັດໃຫ້ການພົວພັນຂອງສອງປະເທດ ເລິກເຊິ່ງກວ່າອີກ, ພິເສດແມ່ນການຜັນຂະຫຍາຍ ສອງເນື້ອໃນຄູ່ຮ່ວມມືຍຸດທະສາດ ກໍຄືສືບຕໍ່ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານກັບໂຮນລັງຢ່າງແຮງຕື່ມອີກ.

(ແຫຼ່ງຄັດຈາກ VOV)


top